ກອງປະຊຸມໂຕະມົນປະຈໍາປີ 2022 “ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ປະຈຳປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ”
ກອງປະຊຸມໂຕະມົນປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2023 ທີ່ ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ປະຈໍາປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ’’.
ກອງປະຊຸມໂຕະມົນໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ພະນະທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ປະທານຮ່ວມ ຂອງ ທ່ານ ນາງ ຊາລາ ເຊັກເກເນສ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ແລະ ປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື: (1) ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ ປີ 2022 ແລະ ແຜນປີ 2023, (2) ຍຸດທະສາດການເງິນ (2023-2025) ເພື່ອສະ ໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); (3) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ; (4) ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບການດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ແລະ (5). ທິດທາງໃນຕໍ່ໜ້າການຮ່ວມມືເພື່ອການພັດທະນາທີມີປະສິດທິຜົນ ພາຍໃຕ້ແຜນດໍາເນີນງານຖະແຫຼງການວຽງຈັນ ແລະ ການທົບທວນໜ່ວຍງານຂະແໜງການ. ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງຫມົດປະມານ 250 ຄົນ ທັງຮູບແບບເຊິ່ງໜ້າ ແລະ ຮູບແບບທາງໄກ, ໃນນັ້ນ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເລຂາທິການ ແລະ ຮອງປະທານກໍາມະທິການສະພາແຫ່ງຊາດ, ເອກອັກຄະລັດຖະທູດ, ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້.
ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານກອງປະຊຸມໄດ້ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ຕໍ່ ສປປ ລາວ ພວກຂ້າພະເຈົ້າ. ສໍາລັບກອງປະຊຸມໂຕະມົນປະຈໍາປີ 2022 ໃນຄັ້ງນີ້ ຖືເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນປີ 2023, ຍຸດທະສາດການເງີນ, ຂອບການຝື້ນຟູເສດຖະກິດ, ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກົນໄກການຮ່ວມມືເພື່ອການພັດທະນາ. ພ້ອມກັນນີ້, ທ່ານຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງ ໜ່ວຍງານຂະແໜງ ການ ກໍຄື ແຜນດຳເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີ ປະສິດທິຜົນ ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ສອງວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ເຖິງແມ່ນວ່າ ສປປ ລາວ ຈະປະເຊີນ ກັບຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາ ທີ່ຈະສຶບຕໍ່ສະໜັບສະໜູນຊ່ວຍເຫລືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.
ທ່ານ ນາງ ຊາລາ ເຊັກເກເນສ, ຜູ້ປະສານງານ ອົງການສະຫະປະຊາຊາດ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ເນື່ອງຈາກຄວາມທ້າທາຍຫລາຍຢ່າງທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ. ຂະບວນການໂຕະມົນນີ້ ຖືເປັນເວທີອັນລ້ຳຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ, ການຟື້ນຟູ ແລະ ຄວາມຢືດຢຸ່ນ, ແລະ ການກະກຽມໃຫ້ແກ່ການຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີ ໃຫ້ແກ່ການປຶກສາຫາລື ແລະ ການແລກປ່ຽນເຊິ່ງກັນ ແລະກັນ ”.
ພາຍຫຼັງສໍາເລັດກອງປະຊຸມດັ່ງກ່າວ, ທ່ານປະທານ ແລະ ປະທານຮ່ວມຂອງກອງປະຊຸມ ພ້ອມດ້ວຍຜູ້ຕາງໜ້າຝ່າຍຄູ່ຮ່ວມພັດທະນາ ຈະນຳສະເໜີຜົນ ແລະ ເນື້ອໃນຈິດໃຈຂອງກອງປະຊຸມ ເພື່ອລາຍງານຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ຄັ້ງທີ 9 ແລະ ວາລະ 2030 ຢ່າງມີປະສິດທິຜົນ.
ກອງປະຊຸມໂຕະມົນປະຈໍາປີ 2022 ໄດ້ຮັບການສະໜັບສະໜູນງົບປະມານຈາກ USAID ແລະ ການສະໜັບສະໜູນດ້ານວິຊາການຈາກອົງການ UNDP.
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
ທ່ານ ສັນຕິ ຊົງນາວົງ, ຮັກສາການຫົວຫນ້າພະແນກ ອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.
ເບີໂທຕິດຕໍ່ +85620 22 223 989 ອີເມວ: songnavong@gmail.com