LAO PEOPLE’S DEMOCRATIC REPUBLIC

NATIONAL ROUND TABLE PROCESS

ODA Strategy

ສາມາດ ດາວໂຫຼດໄດ້ທີນີ້ [LAO] [ENG]



ຍຸດທະສາດການຊ່ວຍເຫຼືອທາງການເພື່ອການພັດທະນາ ສປປ ລາວ ຮອດປີ 2030
 
ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດວິໄສທັດການພັດທະນາຮອດປີ 2030 ໂດຍໄດ້ສ້າງບາດກ້າວໃໝ່ຂອງການພັດທະນາ ເພື່ອນຳພາປະເທດໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບສູງປານກາງ ຮັບປະກັນການພັດທະນາເສດຖະ ກິດ-ສັງຄົມ ໄປຕາມທິດເຕີບໂຕສີຂຽວມີຄຸນນະພາບ, ມີຈຸດສຸມ ແລະ ຍືນຍົງ, ສ້າງໃຫ້ໄດ້ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຫຼາຍກວ່າ ສີ່ເທົ່າ ຂອງປີ 2015 ໂດຍສຸມໃສ່ສ້າງຂະແໜງກະສິກໍາ ແລະ ອຸດສາຫະກຳທັນສະໄໝເປັນເສົາຄ້ຳ, ສ້າງພື້ນຖານໂຄ່ງລ່າງໃຫ້ເຂັ້ມແຂງ, ມີຄວາມສາມາດເຊື່ອມໂຍງ ແລະ ເຊື່ອມຈອດຢ່າງກ້ວາງຂວາງ ແລະ ເລິກເຊິ່ງກັບພາກພື້ນ ແລະ ສາກົນ ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.
ຕໍ່ກັບສະພາບວິກິດການດ້ານເສດຖະກິດ-ການເງິນໃນສາກົນ, ໄພທຳມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງລຽນຕິດ ທັງໃນຂົງ ເຂດພາກພື້ນກໍ່ຄືໃນສາກົນ ລວມທັງສະພາບການລະບາດຂອງພະຍາດໃນຄົນ ແລະ ສັດ (ລວມທັງ COVID-19) ໄດ້ເຮັດໃຫ້ສະພາບການຂະຫຍາຍຕົວຂອງເສດຖະກິດໂລກມີການປ່ຽນແປງຢ່າງສັບສົນ ແລະ ມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ເສດ ຖະກິດຂອງໂລກ ແລະ ພາກພື້ນມີການຟື້ນຕົວຊ້າ, ການຂັດແຍ່ງນັບມື້ນັບດຸເດືອດ ຂ້ຽວຂາດ ອັນໄດ້ສົ່ງຜົນສະທ້ອນ ທາງກົງ ແລະ ທາງອ້ອມຕໍ່ພື້ນຖານເສດຖະກິດ-ສັງຄົມຂອງປະເທດເຮົາ.
ຍ້ອນສະພາບການພັດທະນາເສດຖະກິດຂອງໂລກ ໄດ້ມີການປ່ຽນແປງໃນທິດທີ່ຊ້າລົງ ແລະ ມີທ່າອ່ຽງຫຼຸດລົງ, ແຫຼ່ງທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ຂອງບັນດາປະເທດທີ່ມີລາຍຮັບສູງ ທີ່ມີຕໍ່ບັນດາປະເທດດ້ອຍພັດທະ ນາ ແລະ ປະເທດທີ່ມີລາຍຮັບສູງປານກາງ ແມ່ນມີທ່າອ່ຽງຫຼຸດລົງຫຼາຍພໍສົມຄວນ ເນື່ອງຈາກບັນດາປະເທດທີ່ພັດທະນາແລ້ວ ຕ້ອງໄດ້ປະຄອງເສດຖະກິດ ແລະ ບັນຫາສັງຄົມ ທີ່ເກີດຂຶ້ນໃນປະເທດ ແລະ ເຮັດໃຫ້ການປະກອບສ່ວນໃສ່ການຊ່ວຍເຫຼືອ ຫຼຸດລົງ. ແຕ່ເຖິງຢ່າງໃດກໍ່ຕາມ ຜູ້ສະໜັບສະໜູນ ແລະ ບັນດາປະເທດເພື່ອນມິດ ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫຼືອແກ່ ສປປ ລາວ ຍັງສືບຕໍ່ຮັກສາໄດ້ໃນລະດັບເດີມ ແລະ ມີບາງຄູ່ຮ່ວມພັດທະນາ ກໍ່ມີທ່າອ່ຽງເພີ່ມຂຶ້ນ ຍ້ອນວ່າບັນດາປະເທດເຫຼົ່າ ນັ້ນ ໄດ້ສະໜັບສະໜູນຕໍ່ນະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນການເຊື່ອມສານວາລະການພັດທະນາຂອງສາກົນ 2030 (SDGs), ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024 ເຂົ້າໃນແຜນດັ່ງກ່າວ ໄປພ້ອມກັບການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ສາກົນ, ການຮ່ວມມືສອງຝ່າຍ, ການຮ່ວມມືຫຼາຍຝ່າຍ, ການຮ່ວມມືລະດັບພາກພື້ນ ແລະ ຕະຫຼາດ​ສາກົນ. ນອກຈາກນີ້, ການເຊື່ອມໂຍ່ງດ້ານເສດຖະກິດກັບສາກົນ ໄດ້ເປີດໂອກາດໃຫ້ປະເທດເຮົາສະແດງບົດບາດຂອງຕົນໃນເວທີສາກົນນັບມື້ຫຼາຍຂຶ້ນ, ສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດເຂົ້າຫາກົນໄກການແກ້ໄຂຂໍ້ຂັດແຍ່ງໃນເວທີສາກົນ, ປະກອບສ່ວນເຂົ້າໃນການກຳນົດລະບຽບການຄ້າ ແລະ ການລົງທຶນ ທັງເປັນການປັບປຸງລະບຽບກົດ   ໝາຍພາຍໃນ ໃຫ້ສອດຄ່ອງກັບມາດຕະຖານສາກົນ ​ອັນເປັນໜຶ່ງໃນປັດ​ໄຈ​ຕົ້ນຕໍ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.
ສປປ ລາວ ມີທ່າແຮງບົ່ມ​ຊ້ອນ ​ແລະ ​ຂໍ້ສະດວກຫຼາຍ​ດ້ານ ເປັນຕົ້ນແມ່ນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ການພັດທະນາມີການກໍານົດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລຍະ ອັນໄດ້ກາຍເປັນພື້ນຖານທີ່ໜັກແໜ້ນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບສູງຢູ່ພາກພື້ນ ແລະ ມີຄວາມຕໍ່ເນື່ອງຕະຫຼອດມາ. ນອກຈາກ​ນີ້, ສປປ ລາວ ຍັງມີຂໍ້ໄດ້​ປຽບດ້ານທີ່​ຕັ້ງ​ ເພາະຕັ້ງຢູ່​ຈຸດໃຈກາງ​ຂອງ​ຂົງເຂດອະນຸພາກ​ພື້ນ​ແມ່​ນ້ຳຂອງຕອນ​ລຸ່ມ (GMS) ​ເຊິ່ງຈະສາມາດພັດທະນາ​ຈຸດ​ພິ​ເສດ​ທາງ​ດ້ານ​ທີ່​ຕັ້ງ​​ ໃຫ້​ເປັນ​ປະ​ເທດ​ທີ່ໃຫ້ບໍລິການ​ດ້ານ​ການ​ຄົມມະນາຄົມ-​ຂົນ​ສົ່ງ​ທີ່​ສະດວກ, ວ່ອງ​ໄວ ​ແລະ ປອດ​ໄພ,​ ສ້າງ​ໃຫ້​ເປັນ​ສູນ​ກາງ​ເສ​ດຖະກິດ ​ແລະ​ ເປັນ​ໃຈກາງ​ການ​ບໍລິການ​ຂອງ​ພາກ​ພື້ນ​ໄດ້.
ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ເຫັນໄດ້ວ່າ ທຶນ ຊກພ ແມ່ນໄດ້ປະກອບສ່ວນ ແລະ ມີບົດບາດສໍາຄັນຫຼາຍ ໂດຍສະເລ່ຍ ທຶນ ຊກພ ກວມເອົາເຖິງ 15-17% ຂອງການລົງທຶນທັງໝົດ ເຊິ່ງຊີ້ໃຫ້ເຫັນໄດ້ເຖິງຄວາມຕ້ອງການແຫຼ່ງທຶນເພື່ອການພັດທະນາ ຢຸ່ ສປປ ລາວ ແມ່ນຍັງມີຫຼາຍ ໃນຄະນະທີ່ສະພາບ ທຶນ  ຊກພ ໃນທົ່ວໂລກມີທ່າອ່ຽງຫຼຸດລົງ. ສະນັ້ນ, ເພື່ອກຳນົດວິໄສທັດ, ທິດທາງ, ຫຼັກການ ແລະ ມາດຕະການໃນການລະດົມ, ຄຸ້ມຄອງ ແລະ ນໍາໃຊ້ທຶນ ຊກພ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ໄປຕາມທິດຍືນຍົງ ໂດຍສະເພາະແມ່ນ ເພື່ອໃຫ້ທຶນ ຊກພ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2024 ແລະ ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ; ແລະ 
ເພື່ອເຮັດໃຫ້ບັນດາຄູ່ຮ່ວມພັດທະນາ ສຶບຕໍ່ໃຫ້ການສະໜັບສະໜູນ ທຶນ ຊກພ ແລະ ການຊ່ວຍເຫຼືອທາງດ້ານວິຊາການ  ບໍ່ໃຫ້ຫຼຸດລະດັບທີ່ຜ່ານມາ ພ້ອມທັງຍົກປະສິດທິຜົນການນໍາໃຊ້ທຶນດັ່ງກ່າວໃຫ້ສູງຂຶ້ນ ແລະ ໃຫ້ໄປເຖິງປະຊາຊົນ ບວກກັບການປັບປຸງກົນໄກການປະສານງານ ກັບຄູ່ຮ່ວມພັດທະນາ ໃຫ້ມີຄວາມກົມກຽວສອດຄ່ອງໄປຕາມທິດທາງບູລິມະສິດຂອງລັດຖະບານ ແລະ ເຮັດໃຫ້ສາມາດຄຸ້ມຄອງແຫຼ່ງທຶນທີ່ມີຢູ່ນັ້ນໃຫ້ເກີດປະໂຫຍດ ແລະ ປະສິດທິຜົນສູງສຸດ ລວມທັງການເປີດຊ່ອງທາງການລະດົມທຶນ ຊກພ ທີ່ເປັນ ເງິນກູ້ເງື່ອນໄຂຜ່ອນຜັນ, ສິນເຊື່ອກາກບອນ, ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃຫ້ຫຼາຍຂຶ້ນ, ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງກອງປະຊຸມປຶກສາຫາລື ຮ່ວມກັບບັນດາຄູ່ຮ່ວມພັດທະນາຢ່າງເປັນປະຈໍາ ໂດຍຜ່ານກົນໄກຂະບວນການໂຕະມົນ ເພື່ອສ້າງຄວາມເຂົ້າໃຈອັນດີຕໍ່ແນວທາງການພັດທະນາຂອງ ສປປ ລາວ. ໂດຍຜ່ານຂະບວນການດັ່ງກ່າວ, ບັນດາຄູ່ຮ່ວມພັດທະນາ ແມ່ນໄດ້ສືບຕໍ່ຢືນຢັນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ໃນແຕ່ລະໄລຍະ. ພ້ອມນີ້ ບັນດາຄູ່ຮ່ວມພັດທະນາ ຍັງໄດ້ຮັບຮອງຮ່ວມກັນໃນການຜັນຂະຫຍາຍຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ (2016-2025) ເຊິ່ງແມ່ນຖະແຫຼງການທີ່ໄດ້ກໍານົດຈຸດຢືນຮ່ວມກັນໃນການເປັນຄູ່ຮ່ວມພັດທະນາທີ່ດີ. ໃນຖະແຫຼງການດັ່ງກ່າວ ກໍ່ໄດ້ລະບຸເຖິງຄວາມເປັນເຈົ້າການຂອງ ສປປ ລາວ ໃນການກຳນົດຍຸດທະສາດໃນການລະດົມ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຂອບການຮ່ວມມືກັບຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນມາດຕະການທີ່ຈະດຶງເອົາບັນດາປະເທດທີ່ກຳລັງພັດທະນາດ້ວຍກັນ ມາຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ (ການຮ່ວມມືແບບໃຕ້-ໃຕ້).
ດັ່ງນັ້ນ, ອີງຕາມສະພາບພາຍໃນ ແລະ ພາຍນອກ, ສປປ ລາວ ຈະຕ້ອງໄດ້ກໍານົດຍຸດທະສາດຂອງຕົນໃນການລະດົມທຶນ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ຮອດປີ 2030 ທັງນີ້ກໍ່ເພື່ອໃຫ້ຜູ້ຈັດຕັ້ງປະຕິບັດ ໄດ້ເຂົ້າໃຈຍຸດທະສາດຂອງຜູ້ໃຫ້ທຶນ ແລະ ມີການກໍານົດແຜນງານບູລິມະສິດທີ່ສອດຄ່ອງກັນ, ພ້ອມນີ້ ກໍ່ເພື່ອເຮັດໃຫ້ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການຕ່າງໆ, ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ບັນດາກະຊວງ, ຂະ   ແໜງການ ແລະ ທ້ອງຖິ່ນທີ່ເປັນເຈົ້າຂອງໂຄງການເພື່ອເປັນບ່ອນອີງໝູນໃຊ້ໃຫ້ເປັນໄປຕາມທິດທາງດຽວກັນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ສປປ ລາວ.
 
 
 
ນະຄອນຫຼວງວຽງຈັນ ວັນທີ 22 ພຶດສະພາ 2020
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
 
 
ເຊັນ ແລະ ປະທັບຕາໂດຍ: ສອນໄຊ ສີພັນດອນ