LAO PEOPLE’S DEMOCRATIC REPUBLIC

NATIONAL ROUND TABLE PROCESS

ODA Strategy

DOWNLOAD File ODA Strategy Revised

ສາລະບານ

  1. ຄວາມເປັນມາ ແລະ ຈຸດປະສົງ. 2
  2. ສະພາບການລະດົມທຶນ ແລະ ຈັດຕັ້ງປະຕິບັດການ ຊ່ວຍເຫຼືອທາງການເພື່ອການພັດທະນາ. 4

2.1.   ສະພາບ ຊກພ ໃນສາກົນ.. 4

2.2.  ສະພາບລວມການລະດົມທຶນ ຂອງ ສປປລາວ.. 5

2.3.  ການຈັດຕັ້ງປະຕິບັດທຶນ ຊກພ.. 8

2.4.  ການປະເມີນການລະດົມທຶນ ແລະ ນຳໃຊ້ ຊກພ.. 9

  1. ຫຼັກການ, ວິໄສທັດ, ທິດທາງ ແລະຍຸດທະສາດ.. 12

3.1    ຫຼັກການ.. 12

3.2   ວິໄສທັດ.. 13

3.3   ທິດທາງ. 14

3.4   ຍຸດທະສາດ.. 15

  1.  ມາດຕະການໃນການຈັດຕັ້ງປະຕິບັດ.. 20

 

 

1.   ຄວາມເປັນມາ ແລະ ຈຸດປະສົງ

ລັດຖະບານແຫ່ງ ສປປ ລາວ ໄດ້ວາງວິໄສທັດການພັດທະນາຮອດປີ 2030 ໂດຍໄດ້ສ້າງບາດລ້ຽວໃໝ່ຂອງການພັດທະນາເພື່ອນຳພາປະເທດໃຫ້ກາຍເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບສູງປານກາງ ຕາມທິດເສດຖະກິດ-ສັງຄົມພູມປັນຍາ, ສີ ຂຽວ ແລະຍືນຍົງ, ສ້າງໃຫ້ໄດ້ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນເພີ່ມຂື້ນຫຼາຍກວ່າ 4 ເທົ່າຂອງປີ 2015 ເຊິ່ງມີອຸດສາຫະກຳເປັນເສົາຄ້ຳ ແລະໂຄ່ງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ ພ້ອມທັງຍົກຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂື້ນ, ມີຄວາມສາມາດເຊື່ອມໂຍ່ງ, ເຊື່ອມຈອດຢ່າງກ້ວາງຂວາງ ແລະເລິກເຊິ່ງກັບພາກພື້ນ ແລະສາກົນ.

ໃນສະພາບວິກິດການດ້ານເສດຖະກິດ-ການເງິນຢູ່ອາຊີ ແລະ ໄພທຳມະຊາດທີ່ເກີດຂຶ້ນຢ່າງຮ້າຍແຮງ ແລະ ລຽນຕິດທັງໃນຂົງເຂດພາກພື້ນກໍ່ຄືໃນສາກົນ ມັນໄດ້ເຮັດໃຫ້ສະພາບການຂອງໂລກມີການຜັນແປ, ສັບສົນ ແລະມີບັນຫາທີ່ເຄັ່ງຕຶງ. ເສດຖະກິດຂອງໂລກ ແລະພາກພື້ນ ມີການຟື້ນຕົວຊ້າ, ການຂັດແຍ່ງນັບມື້ນັບດຸເດືອດ ແລະຂ້ຽວຂາດ ອັນໄດ້ສົ່ງຜົນສະທ້ອນ ທັງໃນທາງກົງ ແລະ ທາງອອ້ມໃຫ້ພື້ນຖານເສດຖະກິດ-ສັງຄົມຂອງປະເທດເຮົາ.

ຍ້ອນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງສາກົນ, ແຫລ່ງທຶນການຊ່ວຍເຫລືອທາງການເພື່ອການພັດທະນາສາກົນ ຕໍ່ບັນດາປະເທດທີ່ມີລາຍຮັບດີກວ່າເກນຂອງປະເທດດ້ອຍພັດທະນາ ແມ່ນມີທ່າອ່ຽງຫລຸດລົງຫລາຍພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມຜູ້ສະໜັບສະໜູນ ແລະ ບັນດາປະເທດເພື່ອນມິດ ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫລືອແກ່ ສປປ ລາວ ຍັງສືບຕໍ່ເພີ່ມຂຶ້ນ, ຍ້ອນວ່າບັນດາປະເທດເຫຼົ່ານັ້ນ ໄດ້ສະໜັບສະໜູນ ຕໍ່ນະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງພັກ ແລະລັດຖະບານເຮົາ ໂດຍສະເພາະແມ່ນການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ໃນສາກົນ, ການຮ່ວມມື 2 ຝ່າຍ, ການຮ່ວມມືຫລາຍຝ່າຍ, ການຮ່ວມມືລະດັບພາກພື້ນ ແລະ ຕະຫຼາດ​ສາກົນ. ນອກຈາກນີ້, ການເຊື່ອມໂຍ່ງດ້ານເສດຖະກິດກັບສາກົນ ໄດ້ເປີດໂອກາດໃຫ້ປະເທດເຮົາສະແດງບົດບາດຂອງຕົນໃນເວທີສາກົນນັບມື້ຫຼາຍຂື້ນ, ສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດເຂົ້າຫາກົນໄກການແກ້ໄຂຂໍ້ຂັດແຍ່ງໃນເວທີສາກົນ, ປະກອບສ່ວນເຂົ້າໃນການກຳນົດລະບຽບການຄ້າ ແລະການລົງທຶນທັງເປັນການປັບປຸງລະບຽບກົດໝາຍພາຍໃນ ໃຫ້ສອດຄ່ອງກັບມາດຕະຖານສາກົນ ​ອັນເປັນໜື່ງໃນປັດ​ໄຈ​ຕົ້ນຕໍ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

ສປປ ລາວ ໂດຍລວມແມ່ນມີທ່າແຮງບົ່ມ​ຊ້ອນ ​ແລະ​ຂໍ້ສະດວກຫລາຍ​ດ້ານ ເປັນຕົ້ນແມ່ນຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ທິດທາງການພັດທະນາມີຄວາມໝັ້ນຄົງ ອັນເຮັດໃຫ້ພື້ນຖານເສດຖະກິດຂະຫຍາຍຕົວເປັນກ້າວໆຕໍ່ເນື່ອງ. ນອກຈາກ​ນີ້, ສປປ ລາວ ຖືວ່າແມ່ນໄດ້​ປຽບ​ທາງ​ດ້ານ​ຍຸດ​ທະ​ສາດຍ້ອນມີທີ່​ຕັ້ງ​ຢູ່​ໃຈກາງ​ຂອງ​ອານຸພາກ​ພື້ນ​ແມ່​ນ້ຳຂອງຕອນ​ລຸ່ມ (GMS) ​ເຊິ່ງສາມາດພັດທະນາ​ຈຸດ​ພິ​ເສດ​ທາງ​ດ້ານ​ທີ່​ຕັ້ງ​​ ໃຫ້​ເປັນ​ປະ​ເທດ​ທີ່ໃຫ້ບໍລິການ​ດ້ານ​ການ​ຄົມມະນາຄົມ-​ຂົນ​ສົ່ງ​ທີ່​ສະດວກ, ວ່ອງ​ໄວ ​ແລະປອດ​ໄພ,​ ສ້າງ​ໃຫ້​ເປັນ​ສູນ​ກາງ​ເສ​ດຖະກິດ ​ແລະ​ເປັນ​ໃຈກາງ​ ການ​ບໍລິການ​ຂອງ​ພາກ​ພື້ນ​ໄດ້.

ເພື່ອ​ໃຫ້​ປະ​ເທດຊາດ​ລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2024, ​ລັດຖະບານ​ຈິ່ງ​ໄດ້​ກຳນົດ 7 ຍຸດ​ທະ​ສາດ​ເພື່ອ​ບັນລຸເປົ້າໝາຍພັດທະນາແບບຍືນຍົງ (SDG) ​ດັ່ງ​ນີ້: 1. ຍຸດທະສາດການພັດທະນາເສດຖະກິດຕາມທິດທີ່ມີຄຸນນະພາບ, ສົມດຸນ, ຕໍ່ເນື່ອງ, ຍືນຍົງ ແລະເປັນສີຂຽວ; 2. ຍຸດທະສາດເພື່ອເປົ້າໝາຍລຸດພົ້ນຈາກສະຖານະພາບດ້ອຍພັດທະນາ (LDCs) ໃນປີ 2020 ແລະປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs); 3. ຍຸດທະສາດວ່າດ້ວຍການພັດທະນາຊັບພະຍາກອນມະນຸດ; 4. ຍຸດທະສາດການປົກປັກຮັກສາ ແລະນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ, ມີປະສິດທິຜົນ ແລະຕາມທິດຫັນເປັນສີຂຽວ; 5. ຍຸດທະສາດ ວ່າດ້ວຍການເພີ່ມທະວີຄວາມສັກສິດ ຂອງລະບົບການປົກຄອງປະຊາທິປະໄຕປະຊາຊົນ ແລະເພີ່ມຄວາມສັກສິດໃນການປົກຄອງຕາມກົດໝາຍ; 6. ຍຸດທະສາດການເຊື່ອມໂຍງແລະເຊື່ອມຕິດກັບພາກພື້ນແລະສາກົນ ແລະ 7. ຍຸດທະສາດຫັນເປັນອຸດສາຫະກໍາ ແລະທັນສະໄໝ.

 

ການລະດົມທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ແມ່ນມີຄວາມສຳຄັນ ແລະມີຄວາມຈໍາເປັນຫຼາຍໂດຍສະເພາະຕໍ່ກັບບັນດາປະເທດທີ່ກຳລັງພັດທະນາ ແລະ ບັນດາປະເທດດ້ອຍພັດທະນາຊຶ່ງປະເທດເຮົາ ກໍ່ເປັນອີກປະເທດໜື່ງທີ່ຍັງບໍ່ທັນຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ດ້ວຍເຫດຜົນດັ່ງກ່າວ ສປປ ລາວ ເຮົາຍັງຄົງມີຄວາມຕ້ອງການທຶນຊ່ວຍເຫຼືອຈາກພາຍນອກເປັນຈຳນວນຫຼາຍ ກໍ່ຄືທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ເພື່ອປະກອບສ່ວນເຂົ້າໃນງົບປະ ມານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ເພື່ອເປັນການລະດົມທຶນ, ສ້າງຄວາມເຂົ້າໃຈອັນດີຕໍ່ແນວທາງການພັດທະນາຂອງ ສປປ ລາວ ກັບບັນດາປະເທດຄູ່ຮ່ວມພັດທະນາ, ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງກອງປະຊຸມປຶກສາຫາລືນຳຜູ້ໃຫ້ທຶນເປັນປະຈຳ ໂດຍຜ່ານຂະບວນການໂຕະມົນ. ໂດຍຜ່ານຂະບວນການດັ່ງກ່າວ, ບັນດາຄູ່ຮ່ວມພັດທະນາແມ່ນໄດ້ສືບຕໍ່ຢືນຢັນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ. ພ້ອມນີ້ ບັນດາຄູ່ຮ່ວມພັດທະນາຍັງໄດ້ຮັບຮອງຮ່ວມກັນໃນການຜັນຂະຫຍາຍຈັດຕັ້ງປະຕິບັດຖະແຫຼ່ງການວຽງຈັນ ວ່າດ້ວຍ ການເປັນຄູ່ຮ່ວມເພືອການພັດທະນາທີ່ມີປະສິດທິຜົນ (2016-2025) ເຊີ່ງແມ່ນຖະແຫຼງການທີ່ໄດ້ກໍານົດຈຸດຢືນຮ່ວມກັນໃນການເປັນຄູ່ຮ່ວມພັດທະນາທີ່ດີ. ໃນຖະແຫຼງການດັ່ງກ່າວ ກໍ່ໄດ້ລະບຸເຖິງຄວາມເປັນເຈົ້າການຂອງ ສປປ ລາວ ໃນການກຳນົດຍຸດທະສາດໃນການລະດົມ ແລະຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຂອບການຮ່ວມມືກັບຫຼາຍພາກສ່ວນ ທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະແມ່ນມາດຕະການທີ່ຈະດືງເອົາບັນດາປະເທດທີ່ກຳລັງພັດທະນາດ້ວຍກັນ ມາຊ່ວຍເຫຼືອເຊີ່ງກັນ ແລະ ກັນ (ການຮ່ວມມືແບບໃຕ້-ໃຕ້). ດັ່ງນັ້ນອີງຕາມສະພາບພາຍໃນ ແລະ ພາຍນອກ, ສປປ ລາວ ຈະຕ້ອງໄດ້ກຳນົດຍຸດທະສາດຂອງຕົນໃນການລະດົມທຶນ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ຮອດປີ 2030 ທັງນີ້ກໍ່ເພື່ອໃຫ້ຜູ້ຈັດຕັ້ງປະຕິບັດ ໄດ້ເຂົ້າໃຈຍຸດທະສາດຂອງຜູ້ໃຫ້ທຶນ ແລະ ກົນໄກການປະສານງານລະຫວ່າງສູນກາງ, ທ້ອງຖິ່ນ ແລະ ຂະແໜງການຕ່າງໆ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ບັນດາກະຊວງ, ຂະແໜງການ ແລະ ຂັ້ນທ້ອງຖິ່ນທີ່ເປັນເຈົ້າຂອງໂຄງການ ເພື່ອເປັນບ່ອນອີງ ໝູນໃຊ້ໃຫ້ໄປຕາມທິດທາງດຽວກັນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ ສປປ ລາວ.

 

2.  ສະພາບການລະດົມທຶນ ແລະ ຈັດຕັ້ງປະຕິບັດການຊ່ວຍເຫຼືອທາງການເພື່ອການພັດທະນາ

2.1.      ສະພາບ ຊກພ ໃນສາກົນ

ການຊ່ວຍເຫຼືອໂດຍລວມແລ້ວ ໃນໄລຍະຜ່ານມາແມ່ນໄດ້ມີການປ່ຽນແປງໄປຕາມຄວາມຕ້ອງການຂອງຍຸກສະໄໝ ອັນສະແດງໃຫ້ເຫັນໄດ້ເຊັ່ນ: ໃນລະຫວ່າງປີ 2000-2011 ການຄຸ້ມຄອງຈັດຕັ້ງປະຕິບັດທຶນ ຊກພ ແມ່ນອີງໃສ່ຖະແຫຼງການໂຣມ (Rome Declaration on harmonization 2003) ເປັນພື້ນຖານ ເພື່ອຮັບປະກັນໃຫ້ການຊ່ວຍເຫຼືອມີຄວາມສອດຄ່ອງ ແລະ ກົມກຽວກັນຢ່າງມີປະສິດທິພາບ ລະຫວ່າງຜູ້ໃຫ້ທຶນ ແລະ ເປັນໄປຕາມເປົ້າໝາຍການພັດທະນາຂອງບັນດາປະເທດຜູ້ຮັບການຊ່ວຍເຫຼືອ ແລະ ໄດ້ມີການປັບປຸງໃນປີ 2005 ໂດຍໄດ້ມີການຮອງຮັບ 5 ຫຼັກການຂອງຖະແຫຼງການປາຣີ (The Paris Declaration) ແລະ ເຊັ່ນກັນກໍ່ໄດ້ມີການຮັບຮອງແຜນປະຕິບັດງານ ອັກຄຣາ (Accra Agenda for Action) ໃນປີ 2008 ອັນໄດ້ກາຍເປັນຈຸດປ່ຽນແປງສໍາຄັນ ທີ່ຊ່ວຍໃຫ້ການຊ່ວຍເຫຼືອມີປະສິດທິພາບສູງຂື້ນ.

ໃນປີ 2014 ຖະແຫຼງການບູຊ່ານ ສໍາລັບການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ (The Busan Partnership for Effective Development Co-operation) ແລະ ເມັກຊິໂກຄອມມູນິເຄ (Mexico Communiqué) ໄດ້ຮັບການຮັບຮອງແຜນວຽກ ແລະ ຫົວຂໍ້ຕ່າງໆທີ່ເປັນບູລິມະສິດໃນການລະດົມແຫຼ່ງທຶນພາຍໃນ, ບັນດາປະເທດທີ່ມີລາຍຮັບປານກາງ, ຄູ່ຮ່ວມມືພາກທຸລະກິດ, ການຮ່ວມມືແບບໃຕ້-ໃຕ້, ການຮ່ວມມືສາມຝ່າຍ ແລະ ການແລກປ່ຽນຄວາມຮູ້.

ມາເຖິງໄລຍະປີ 2015 ນີ້, ສາ​ກົນ​ໄດ້​ປະ​ກາດ​ຮັບ​ຮອງ​ເອົາ​ວາ​ລະການ​ພັດ​ທ​ະ​ນາຮອດປີ 2030 ກໍ່​ຄື​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຢືນ​ຢົງ (SDGs) ແລະ Addis Ababa Action Agenda ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ລົງ​ທຶນ​ພາກ​ລັດ ແລະ ການ​ລະ​ດົມ​ແຫຼ່ງ​ທຶນ​ຈາກ​ພາກ​ເອ​ກະ​ຊົນ ເພື່ອປະກອບສ່ວນເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ການ​ພັດ​ທະ​ນາ​ດັ່ງ​ກ່າວ. ໃນ​ປີ 2015, ທຶນ​ ຊກ​ພ ຈາກ​ປະ​ເທດ​ສະ​ມາ​ຊິກ ຄະນະກຳມະການ ການຊ່ວຍເຫຼືອເພື່ອການພັດທະນາ (Development Assistance Committee (DAC)) ແມ່ນມີເຖິງ 131,6 ຕື້​ ໂດ​ລາ​ສະ​ຫະ​ລັດ, ​ເຊິ່ງໄດ້​ກວມ​ເອົາ​ອັດ​ຕາ​ສ່ວນ​ຂອງ​ລາຍ​ໄດ້​ແຫ່ງ​ຊາດ ​ຂອງ​ກຸ່ມຄະນະກຳມະການການຊ່ວຍເຫຼືອເພື່ອການພັດທະນາ ໂດຍສະ​ເລ່ຍແມ່ນ 0.3%. ການຊ່ວຍເຫຼືອນີ້ໄດ້ເພີ້ມຂື້ນ 6,9% ໃນປີຜ່ານມາ ແລະ ເຫັນວ່າໄດ້ເພີ້ມຂື້ນ 83% ນັບແຕ່ ປີ 2000 ເປັນຕົ້ນມາ. ເຖິງຢ່າງໃດກໍ່ຕາມ ການຊ່ວຍເຫຼືອເຫຼົ່ານັ້ນແມ່ນຍັງກວມເອົາການຊ່ວຍເຫຼືອໃຫ້ ແກ່ຊາວອົບພະຍົກ ເປັນສ່ວນຫຼາຍ. ຖ້າແຍກການຊ່ວຍເຫຼືອໃຫ້ຕາມກຸ່ມປະເທດຕ່າງໆແລ້ວ ເຫັນວ່າ ກຸ່ມປະເທດດ້ອຍພັດທະນາ ແລະ ປະເທດທີ່ມີລາຍຮັບຕໍ່າແມ່ນໄດ້ເພີ້ມຂື້ນ 3% ຫຼືກວມ 30% ຂອງທຶນຊ່ວຍເຫຼືອທັງໝົດ (39,8 ຕື້ໂດລາສະຫະລັດ) ແລະ ທຶນດັ່ງກ່າວໂດຍສ່ວນຫຼາຍແມ່ນໄປຊ່ວຍເຫຼືອບັນດາປະເທດໃນທະວີບອາຟລິກກາ. ພ້ອມນີ້ ກໍ່ເຫັນວ່າ ໃນປີ ດັ່ງກ່າວ ທຶນຊ່ວຍເຫຼືອໃຫ້ແກ່ປະເທດທີ່ມີລາຍຮັບຕໍ່າປານກາງ ແລະ ລາຍຮັບສູງປານກາງ ແມ່ນໄດ້ຫຼຸດລົງ ອັນເປັນສາເຫດຍ້ອນການຫຼຸດລົງຂອງການເຂົ້າຫາທຶນກູ້ຢືມເງື່ອນໄຂຜ່ອນຜັນ.

ໂດຍລວມແລ້ວ ສະພາບການຊ່ວຍເຫຼືອໃນຕໍ່ໜ້າແມ່ນມີທ່າອ່ຽງເພີ້ມຂື້ນ (ຜົນສຳຫຼວດຂອງ DAC) ແຕ່ການຊ່ວຍເຫຼືອ ແມ່ນຍັງຈະສຸມໃສ່ບັນດາປະເທດທີ່ບໍ່ມີຄວາມໝັ້ນຄົງ, ປະເທດດ້ອຍພັດທະນາ, ປະເທດທີ່ມີລາຍຮັບຕໍ່າ, ປະເທດເກາະດອນນ້ອຍ ແລະ ປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ. ເຖິງຢ່າງໃດກໍ່ດີ ການຊ່ວຍເຫຼືອໃນຕໍ່ໜ້າແມ່ນຈະກວມເອົາການຮ່ວມມື ແບບ ສອງຝ່າຍ ເປັນຫຼັກ ແລະ ຈະມີການມອບໃຫ້ອົງການທາງສັງຄົມ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເປັນຜູ້ຈັດຕັ້ງປະຕິບັດຫຼາຍຂື້ນ.

ແຕ່ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ ຂອງ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ແມ່ນ​ມີ​ຄວາມ​ຕ້ອງ​ການ​ເຖິງ 3,3 ຫາ 4,5 ພັນ​ຕື້ ໂດ​ລາ​ສະ​ຫະ​ລັດ ຕໍ່ປີ, ໂດຍ​ປະ​ເທດທີ່ພັດ​ທະ​ນາ​ຕ້ອງ​ໄດ້​ຂົນ​ຂວາຍ​ທຶນ​ໃຫ້​ໄດ້​ເຖິງ 100 ຕື້​ໂດ​ລາ​ສະ​ຫະ​ລັດ ຕໍ່ປີຈົນຮອດ​ປີ 2020 ເພື່ອ​ນຳ​ມາ​ສະ​ໜັບ​ສະ​ໜູນ​ໃຫ້​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ແລະ ດ້ອຍພັດທະນາເຫຼົ່ານີ້, ​ເຊິ່ງເປັນ​ສິ່ງທ້າ​ທາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ສາ​ກົນ, ໂດຍຕ້ອ​ງ​ໄດ້​ເພີ່ມ​ທະ​ວີ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ເອ​ກະ​ຊົນ ນັບ​ມື້​ນັບຫຼາຍ​ຂຶ້ນ. ດັ່ງນັ້ນ, ໃນປີ 2015 Addis Ababa Action Agenda ຈຶ່ງກາຍມາເປັນບ່ອນອີງໃນການລະດົມທຶນ ຈາກແຫຼ່ງທຶນພາກທຸລະກິດ ແລະ ການປັບປຸງນະໂຍບາຍທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍໝາກຜົນທີ່ໄດ້ຮັບ ເຂົ້າສູ່ໃນຂົງເຂດບຸລິມະສິດດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງບັນດາປະເທດຄູ່ຮ່ວມພັດທະນາ.

2.2.      ສະພາບລວມການລະດົມທຶນ ຂອງ ສປປ ລາວ

ຜ່ານການຈັດຕັ້ງປະຕິບັດຕົວຈິງວຽກງານການລະດົມທຶນ ແລະ ຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ກໍ່ຄືຜ່ານການດໍາເນີນຂະບວນການໂຕະມົນ ແລະບັນດາກອງປະຊຸມຕ່າງໆທີ່ປີ່ນອອ້ມຮ່ວມກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະສະຖາບັນການເງິນສາກົນ ໄດ້ສືບຕໍ່ໃຫ້ການຮ່ວມມື ແລະຊ່ວຍເຫຼືອແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງຕະຫຼອດມາ ອັນສະແດງອອກໃຫ້ເຫັນວ່າ ໃນໄລຍະ 15 ປີ ທີ່ຜ່ານມາ (2001-2015) ສປປ ລາວ ສາມາດລະດົມການຊ່ວຍເຫຼືອໄດ້ 6.44 ຕື້ໂດລາ ສະຫະລັດ ສະເລ່ຍ 472 ລ້ານໂດລາສະຫະລັດຕໍ່ປີ ແລະ ນຳໃຊ້ເຂົ້າໃນຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອເພື່ອການພັດທະນາ ໄດ້ 4.99 ຕື້ໂດລາສະຫະລັດ ຫຼື 78% ຂອງທຶນທັງໝົດທີ່ລະດົມໄດ້, ໃນນັ້ນ ເປັນເງິນຊ່ວຍເຫຼືອລ້າ 4.64 ຕື້ໂດລາສະຫະລັດ ແລະ ເປັນເງິນກູ້ຢືມ 1.79 ຕື້ໂດລາສະຫະລັດ ແລະ ອື່ນໆ 6.2 ລ້ານໂດລາສະຫະລັັດ.

ຂະບວນການກອງປະຊຸມໂຕະມົນ ແມ່ນກົນໄກໜື່ງທີ່ສໍາຄັນໃນການລະດົມທຶນໃນຂັ້ນນະໂຍບາຍ ຂອງ ສປປ ລາວ ເຊີ່ງໄດ້ສ້າງຄວາມເຂົ້າໃຈກັບບັນດາຄູ່ຮ່ວມພັດທະນາໃຫ້ນັບມື້ນັບດີຂື້ນ ໂດຍສະເພາະແມ່ນເລັ່ງໃສ່ການຍົກສູງປະສິດທິຜົນຂອງການຊ່ວຍເຫຼືອ ແລະ ການພັດທະນາທີ່ມີປະສິດທິຜົນ. ນອກຈາກນີ້, ຜູ້ໃຫ້ທຶນຍັງສືບຕໍ່ໃຫ້ຄຳໝັ້ນສັນຍາສຶບຕໍ່ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (MDG) ແລະ ເປົ້າໝາຍການພັດທະນາແບບຢືນຍົງ (SDGs) .

ໂດຍແນ່ໃສ່ຄວາມກົມກຽວຂອງການຮ່ວມມືສອງຝ່າຍ-ຫຼາຍຝ່າຍ ແລະບັນດາສະຖາບັນການເງິນ, ສປປ ລາວ ໄດ້ເອົາໃຈໃສ່ສ້າງຍຸດທະສາດການຮ່ວມມືກັບບັນດາຄູ່ຮ່ວມພັດທະນາໃນແຕ່ລະໄລຍະ ຊຶ່ງປະຈຸບັນໄດ້ມີຍຸດທະສາດຮ່ວມກັບ ບັນດາ ຄູ່ຮ່ວມພັດທະນາ ຫລາກຫລາຍເອກະສານ, ທັງນີ້ ກໍ່ເພື່ອເຮັດໃຫ້ການຊ່ວຍເຫຼືອເປັນໄປຕາມແນວທາງ ແລະນະໂຍບາຍການພັດທະນາ ແລະຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສາມາດບັນລຸໄດ້ ຕາມເປົ້າໝາຍທີ່ວາງໄວ້.

ໃນພາກການຈັດຕັ້ງປະຕິບັດ ແລະຄຸ້ມຄອງທຶນ ຊກພ, ສປປ ລາວ ໄດ້ສ້າງລະບົບ ແລະກົນໄກການຕິດຕາມການຈັດຕັ້ງປະຕິບັດທຶນ ຊກພ ໂດຍຜ່ານການຈັດກອງປະຊຸມປຶກສາຫາລືກ່ຽວກັບການທົບທວນບັນດາໜ້າວຽກທີ່ໄດ້ຕົກລົງກັນດ້ານວິຊາການ ລະຫວ່າງລັດຖະບານ ສປປ ລາວ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ແລະພັດທະນາຖານຂໍ້ມູນໂຄງການ ຊກພ; ໂດຍລະບົບຖານຂໍ້ມູນຄຸ້ມຄອງ ແລະຕິດຕາມການຈັດຕັ້ງປະຕິບັດ ບັນດາໂຄງການທີ່ໄດ້ຮັບການຊ່ວຍເຫຼືອທາງການເພື່ອການພັດທະນາ ເພື່ອຍົກສູງປະສິດທິພາບຂອງການລາຍງານ ແລະຕິດຕາມໂຄງການ ຊກພ ໃຫ້ມີປະສິດທິຜົນ ແລະໂປ່ງໃສ. ພ້ອມດຽວກັນນັ້ນ ກໍ່ຍັງໄດ້ສືບຕໍ່ພັດທະນາລະບົບແຜນທີ່ ຊກພ ຢູ່ ສປປ ລາວ ເພື່ອຍົກສູງການຄຸ້ມຄອງ, ກົນໄກການຕິດຕາມ ແລະຄວາມໂປ່ງໃສ ເພີ່ມທະວີການຈັດຕັ້ງປະຕິບັດ ທຶນ ຊກພ ມີປະສິດທິພາບ ແລະ ປະສິດທິຜົນ.

2.2.1.    ການລະດົມທຶນໂດຍແບ່ງຕາມຜູ້ໃຫ້ທຶນ

ໃນໄລຍະ 15 ປີທີຜ່ານມາເຫັນວ່າ ການໃຫ້ການຊ່ວຍເຫຼືອທີ່ກວມເອົາອັດຕາສ່ວນຫຼາຍກວ່າໝູ່ ແມ່ນມາຈາກການຮ່ວມມືສອງຝ່າຍ ແລະ ຈາກສະຖາບັນການເງິນ ກໍ່ຄື ປະເທດຍີ່ປຸ່ນ, ອົດສະຕາລີ, ເຢຍລະມັນ, ເກົາຫຼີ, ຝຣັ່ງ, ທະນາຄານພັດທະນາອາຊີ ແລະ ທະນາຄານໂລກ. ສຳລັບການຮ່ວມມືຫຼາຍຝ່າຍ ເຊັ່ນວ່າ ການຊ່ວຍເຫຼືອຜ່ານສະຫະພາບເອີລົບ ແລະ ອົງການສະຫະປະຊາຊາດ ແມ່ນໄດ້ປະກອບສ່ວນຊ່ວຍ ສປປ ລາວ ໃນການຜັນຂະຫຍາຍວາລະການພັດທະນາຂອງສາກົນ ແລະ ຂອງ ສປປ ລາວ ເຊັ່ນດຽວກັບຜູ້ໃຫ້ການຊ່ວຍເຫຼືອສອງຝ່າຍ.

2.2.2.    ສະພາບການລະດົມທຶນໂດຍແບ່ງຕາມຂະແໜງການ

ການຊ່ວຍເຫຼືອຂອງຜູ້ໃຫ້ທຶນຕໍ່ກັບຂະແໜງການຕ່າງໆ ທີ່ເປັນຂົງເຂດບຸລິມະສິດ ໃນການພັດທະນາຂອງ ສປປ ລາວ ໃນແຕ່ລະໄລຍະ ໃນ 15 ປີຜ່ານມາ ແມ່ນເຫັນວ່າໄດ້ສຸມໃສ່ຂົງເຂດສັງຄົມ ເປັນສ່ວນໃຫຍ່ ຊຶ່ງຂະແໜງສຶກສາ ແລະ ສາທາລະນະສຸກ ກວມເອົາ 38%, ຂົງເຂດເສດຖະກິດ 25%, ແລະຂົງເຂດການຜະລິດ 17% ສ່ວນໃຫຍ່ແມ່ນຂະແໜງກະສິກໍາ.

 

ຮູບສະແດງທີ  2 ການຊ່ວຍເຫຼືອທີ່ໄປຕາມຂົງເຂດບູລິມະສິດການພັດທະນາ ຂອງ ສປປ ລາວ ໄລຍະປີ 2001-2015

ການຊ່ວຍເຫຼືອທີ່ຜ່ານມາອີງຕາມຮູບສະແດງທີ 2 ຂ້າງເທີງໄດ້ສະແດງໃຫ້ເຫັນວ່າການຊ່ວຍເຫຼືອໃນຂະແໜງການຕ່າງໆ ແມ່ນມີຄວາມສອດຄ່ອງກັບຂົງເຂດບຸລິມະສິດການພັດທະນາຂອງ ສປປ ລາວ. ພ້ອມດຽວກັນນີ້, ການສ້າງຄວາມດຸ່ນດ່ຽງໃນການນຳໃຊ້ທຶນຊ່ວຍເຫຼືອເຂົ້າໃນການພັດທະນາແຕ່ລະຂົງເຂດ  ສາມາດເວົ້າໄດ້ວ່າ ການໃຫ້ທຶນຊ່ວຍເຫຼືອຈາກຕ່າງປະເທດແມ່ນ ເປັນປັດໄຈສຳຄັນໃນການພັດທະນາແຕ່ລະຂົງເຂດ ໃນຂະນະທີ່ການລົງທຶນຂອງລັດຖະບານ ທີ່ຍັງບໍ່ທັນພຽງພໍ ໂດຍສະເພາະໃນຂົງເຂດສັງຄົມ ເຊິ່ງໃນຊຸມປີທີຜ່ານມາ ເຫັນໄດ້ວ່າການຊ່ວຍເຫຼືອໃນຂົງເຂດນີ້ແມ່ນໄດ້ເພີ່ມຂຶ້ນຫຼາຍສົມຄວນ ເຊີ່ງມີຄວາມສອດຄ່ອງກັບແຜນພັດທະເສດຖະກິດ-ສັງຄົມ 5 ປີຄັ້ງທີ່ 8 ທີ່ເນັ້ນໜັກໃສ່ການເຕີບໂຕແບບສົມສ່ວນ ແລະການສ້າງຊັບພະຍາກອນມະນຸດ ທັງນີ້ກໍ່ເພື່ອບັນລຸເປົ້າໝາຍການພັດທະນາແບບຢືນຢົງ.

ນອກຈາກນັ້ນ, ຄາດວ່າໃນຊຸມປີຕໍ່ໜ້າ ທຶນ ຊກພ ໂດຍສະເພາະການຊ່ວຍເຫຼືອລ້າແມ່ນມີທ່າອ່ຽງຈະສະໜັບສະໜູນຂົງເຂດການພັດທະນາຊຸມຊົນຫຼາຍຂື້ນ ແລະ ຈະຜ່ານອົງການຈັດຕັ້ງທາງສັງຄົມ ແລະອົງການທີ່ບໍ່ສັງກັດລັດຖະບານ ເຊີ່ງຈະເປັນຜູ້ຈັດຕັ້ງປະຕິບັດ; ສໍາລັບເງິນກູ້ອັດຕາດອກເບ້ຍຜ່ອນຜັນ ແມ່ນຈະຍັງສະໜັບສະໜູນຂົງເຂດເສດຖະກິດ ແລະ ພື້ນຖານໂຄງລ່າງ.

2.3.      ການຈັດຕັ້ງປະຕິບັດທຶນ ຊກພ

ຮູບສະແດງທີ  3 ອັດຕາສ່ວນການເບີກຈ່າຍຕົວຈິງໃນການຈັດຕັ້ງປະຕິບັດທຶນ ຊກພ ໄລຍະປີ 2002-2015

ຕະຫລອດໄລຍະ 15 ປີ ຂອງການຈັດຕັ້ງປະຕິບັດທຶນ ຊກພ ໃນໄລຍະຜ່ານມາ ເຫັນວ່າ ໂດຍລວມແລ້ວອັດຕາການເບີກຈ່າຍຕົວຈິງ ແມ່ນຍັງຢູ່ໃນລະດັບປານກາງ 77% ເຊີ່ງສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ສາມາດບັນລຸໄດ້ແມ່ນມີຫຼາຍປັດໄຈ. ອີງຕາມບົດລາຍງານສະພາບການຈັດຕັ້ງປະຕິບັດທຶນ ຊກພ (FAIR) ຂອງ ກຜທ (2015/16) ເຫັນວ່າຂະໜາດຂອງໂຄງການ ກໍ່ແມ່ນໜື່ງໃນບັນຫາທີເຮັດໃຫ້ການເບີກຈ່າຍບໍ່ສາມາດບັນລຸໄດ້ ເປັນຕົ້ນແມ່ນການຂື້ນແຜນການເບີກຈ່າຍຂອງບັນດາໂຄງການທີ່ມີຂະໜາດໃຫຍ່ (ມູນຄ່າຫລາຍກ່ວາ 10 ລ້ານໂດລາສະຫະລັດ)  ທີ່ບໍ່ເປັນໄປຕາມແຜນທີ່ກໍານົດໄວ້, ການຕິດຕາມ ແລະລາຍງານຕົວເລກ ທີ່ຍັງບໍ່ສອດຄ່ອງກັບຕົວຈິງ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຍັງມີອັນພົ້ນເດັ່ນ ສໍາລັບໂຄງການຂະ ໜາດນ້ອຍ (ມູນຄ່າຕໍ່າກ່ວາ 1 ແສນໂດລາສະຫະລັດ) ສາມາດຈັດຕັ້ງປະຕິບັດໄດ້ເກີນຄາດຫມາຍຂອງແຜນກໍານົດໄວ້ ກວມເຖິງ 80% ຂອງຈໍານວນໂຄງການທັງຫມົດທີ່ຈັດຕັ້ງຢູ່ໃນ ສປປ ລາວ.

ຊກພ ເປັນໜຶ່ງໃນແຫຼ່ງທຶນສໍາຄັນ ທີ່ຊ່ວຍ ສປປ ລາວ ໃນການຈັດຕັ້ງປະຕິບັນດາເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ກໍ່ຄືການເລັ່ງໃສ່ວຽກງານພັດທະນາທາງສັງຄົມ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ 7 (2011-2015) ຊຶ່ງໄດ້ ຈັດສັນ ແລະນຳໃຊ້ ທຶນ ຊກພ ເຂົ້າໃນຂະແໜງພັດທະນາສັງຄົມ ເປັນບູລິມະສິດ,  ຊກພ ທີ່ພັດທະນາສັງຄົມໂດຍລວມແລ້ວແມ່ນສາມາດປະຕິບັດໄດ້ ຕາມຄາດໝາຍທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ ແລະ ສັງຄົມ; ພ້ອມນີ້ເຫັນວ່າບັນດາຄູຮ່ວມພັດທະນາສ່ວນຫຼາຍແມ່ນຍັງສືບຕໍ່ໃຫ້ການຊ່ວຍເຫຼືອທຶນ ຊກພ ເຂົ້າໃສ່ໃນຂະແໜງການສຶກສາ, ສາທາລະນະສຸກ, ພັດທະນາຊົນນະບົດ, ການປັບປຸງການປົກຄອງ ແລະສີ່ງແວດລ້ອມ ແລະວຽກງານເກັບກູ້ລະເບີດ. ສ່ວນໃນຂະແໜງເສດຖະກິດ ທຶນ ຊກພ ແມ່ນຍັງສືບຕໍ່ເລັ່ງໃສ່ໃນຂະແໜງກະສິກໍາ-ປ່າໄມ້ ທັ້ງນີ້ເພື່ອຮັບປະກັນໄດ້ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພຊະນາການ. ພ້ອມດຽວກັນນັ້ນ, ການລົງທຶນໃສ່ວຽກງານພະລັງງານ ແລະບໍ່ແຮ່ ແມ່ນຖືວ່າເປັນວຽກງານໜື່ງທີ່ສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ສ້າງລາຍຮັບແຫ່ງຊາດ. ຄຽງຄູ່ກັນກັບການສ້າງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງກວມເອົາຫຼາຍກວ່າ ໜື່ງໃນສີ່ ຂອງທຶນ ຊກພ ແມ່ນຍັງເລັ່ງໃສ່ວຽກງານຂະແໜງ ຂົວ-ທາງ ເພື່ອເຊື່ອມໂຍງກັບສາກົນ ແລະ ພາກພື້ນ.

2.4.        ການປະເມີນການລະດົມທຶນ ແລະ ນຳໃຊ້ ຊກພ

ຕະຫຼອດໄລຍະການຈັດຕັ້ງປະຕິບັດ ແລະ ລະດົມທຶນໃນໄລຍະທີ່ຜ່ານມາ ເຫັນວ່າ ສປປ ລາວ ບັນລຸເປົ້າໝາຍໄດ້ຕາມແຜນທີ່ໄດ້ກຳນົດໂດຍລວມ, ແຕ່ເພື່ອຮັບປະກັນວ່າຍຸດທະສາດສະບັບນີ້ ມີຄວາມສອດຄ່ອງກັບສະພາບຕົວຈິງ ແລະ ເງື່ອນໄຂຂອງບັນດາຜູ້ໃຫ້ທຶນ ແລະ ຄວາມຕ້ອງການໃນການພັດທະນາ ຂອງ ສປປ ລາວ ກໍ່ຄື ສະພາບການພັດທະນາຂອງສາກົນ ໃນຊຸມປີຕໍ່ໜ້າທີ່ຈະສົ່ງຜົນສະທ້ອນຕໍ່ການຮ່ວມມື. ສະນັ້ນ, ການຖອດຖອນບົດຮຽນ ແລະ ຄົ້ນຄວ້າກ່ຽວກັບພາວະວິໄສທັດ ທັງພາຍໃນ ແລະ ພາຍນອກຕາມຫຼັກວິທີວິທະຍາ ຫຼື ການວິໄຈ ຈຸດດີ, ຈຸດອ່ອນ, ກາລະໂອກາດ ແລະ ສິ່ງທ້າທາຍ (SWOT Analysis) ແມ່ນມີຄວາມສໍາຄັນ ຕໍ່ການກໍານົດຍຸດທະສາດການລະດົມທຶນ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ ຊກພ ແລະ ການວິໄຈນີ້ ຈະຊ່ວຍໃນການກໍານົດແນວທາງ ແລະ ນະໂຍບາຍ ໃນການຄູ້ມຄອງ ແລະ ການລະດົມທຶນ ຊກພ ໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນເພື່ອຮັບປະກັນວ່າ ຍຸດທະສາດມີຄວາມສອດຄ່ອງກັບສະພາບຕົວຈິງ ແລະ ເງື່ອນໄຂຂອງບັນດາຜູ້ໃຫ້ທຶນ ແລະ ສປປ ລາວ, ກໍ່ຄື ສະພາບການສາກົນ ໃນຊຸມປີຕໍ່ໜ້າ ທີ່ຈະສົ່ງຜົນສະທ້ອນຕໍ່ການຮ່ວມມື ເພື່ອການພັດທະນາ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍ.

2.4.1 ຈຸດດີ:

  • ສໍາລັບ ສປປ ລາວ ມີສະຖຽນລະພາບທາງການເມືອງ ທີ່ໝັ້ນຄົງ ແລະ ສັງຄົມມີຄວາມສະຫງົບ ເຊິ່ງໄດ້ກາຍເປັນປັດໄຈພື້ນຖານທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ເປັນຕົ້ນແມ່ນການດໍາເນີນທຸລະກິດ, ການຜະລິດ,ແລະ ການບໍລິການ ແລະ ການລົງທຶນ; ພ້ອມທັງເປັນພື້ນຖານທີ່ສໍາຄັນໃນການດໍາເນີນນະໂຍບາຍການພັດທະນາໃຫ້ມີຄວາມຕໍ່ເນື່ອງ ແລະ ນະໂຍບາຍການຕ່າງປະເທດທີ່ເປີດກ້ວາງການຮ່ວມມື. ສິ່ງເຫຼົ່ານີ້ແມ່ນເປັນເງື່ອນໄຂທີ່ດີສໍາລັບການຈັດຕັ້ງປະຕິບັດ ແລະຊຸກຍູ້ວຽກງານການຮ່ວມມື ເພື່ອການພັດທະນາກັບ ພາກພື້ນ ແລະສາກົນໃຫ້ໄດ້, ສ້າງປັດໄຈອໍານວຍຄວາມສະດວກໃຫ້ແກ່ບັນດາຄູ່ຮ່ວມພັດທະນາ ໃນປະຕິບັດຄໍາໝັ້ນສັນຍາການຊ່ວຍເຫຼືອ ແລະ ການຈັດຕັ້ງປະຕິບັດແຜນງານໂຄງການໃຫ້ໄດ້ຕາມຄາດໝາຍ;
  • ສປປ ລາວ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ເຊິ່ງໄດ້ກໍານົດໜ້າວຽກຈຸດສຸມທີ່ຊັດເຈນ ແລະ ມີເປົ້າ ໝາຍການພັດທະນາທີ່ແນ່ນອນ, ມີລັກສະນະເຊື່ອມສານ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນລະຫວ່າງແຜນພັດທະນາຂອງຂະແໜງການ, ສູນກາງ ແລະ ທ້ອງຖິ່ນ ເຊິ່ງເປັນບ່ອນອີງທີ່ສໍາຄັນສໍາລັບວຽກງານການຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ຊກພ ການໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ. ໃນນັ້ນ, ສປປ ລາວ ໄດ້ມີກົນໄກ ແລະແຜນດຳເນີນງານ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງ ລວມທັງບັນດາຄູ່ຮ່ວມພັດທະນາ ຈັດຕັ້ງປະຕິບັດຢ່າງມີຫຼັກການເຊັ່ນ: ຖະແຫຼງການ ແລະແຜນດໍາເນີນຂອງຖະແຫຼງການວຽງຈັນ;
  • ນໍາໃຊ້ຂະບວນການກອງປະຊຸມໂຕະມົນ ເພື່ອເປັນເວທີຂອງການປຶກສາຫາລື ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມ ພັດທະນາ ຕໍ່ນະໂຍບາຍ ແລະ ທິດທາງການພັດທະນາ ຂອງ ສປປ ລາວ ໃນແຕ່ລະໄລຍະ ລວມທັງການນໍາສະເໜີ ບັນດາຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ນຳໃຊ້ທຶນຊ່ວຍເຫຼືອ;
  • ລັດຖະບານ ສປປ ລາວ ກໍ່ໄດ້ມີດໍາລັດ ແລະລະບຽບຫຼັກການ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງທຶນ ຊກພ ລວມທັງບົດແນະນໍາ ໃນການຕິດຕາມການຈັດຕັ້ງປະຕິບັດໂຄງການ ເພື່ອຮັບປະກັນໃຫ້ແກ່ປະສິດທິຜົນ ໃນການນໍາໃຊ້ທຶນ ຊກພ.
  • ໄດ້ມີການສ້າງຍຸດທະສາດການພັດທະນາຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ ແລະຄູ່ຮ່ວມພັດທະນາ ໂດຍເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ເປັນບ່ອນອີງໃນການກໍານົດຂະແໜງການບູລິມະສິດ ເພື່ອພັດທະນາ.

2.4.2 ຈຸດອ່ອນ

  • ຄວາມບອບບາງທາງດ້ານເສດຖະກິດ ສປປ ລາວ ຍັງເປັນປະເທດທີ່ມີລາຍຮັບສະເລ່ຍຕໍ່ຄົນຍັງຢູ່ໃນລະດັບຕໍ່າ ຕາມມາດຕະຖານຂອງອົງການສະຫະປະຊາຊາດ ກໍານົດໄວ້ ເຖິງແມ່ນວ່າເສດຖະກິດພາຍໃນປະເທດຈະມີທ່າທີຂະຫຍາຍໂຕ ຢ່າງກ້າວກະໂດດ ໃນໄລຍະປີ 2014-2015 ສະເລ່ຍໄດ້ GDP ເຕີບໂຕເຖິງ 7,5% ແລະ ປະຈຸບັນ ເສດຖະກິດ ເຕີບໂຕຄົງທີ່ ສະເລ່ຍຢູ່ໃນລະດັບ 7% ໃນປີ 2015-2017.
  • ອັດຕາສ່ວນ ຂອງຄວາມທຸກຍາກ ຊຶ່ງໃນທົ່ວປະເທດປະຊາຊົນ ທີ່ນອນໃນກຸ່ມເປົ້າຫມາຍ ຈໍານວນ 52 ເມືອງ ແລະ 109 ບ້ານ ທີ່ນອນຢູ່ໃນຫ່າງໄກເຂດຊອກຫລີກ, ເປັນຂົງເຂດພູຜາ ແລະ ທົ່ງພຽງ ທີ່ຖະໜົນຫົນທາງ ແລະລະບົບການຂົນສົ່ງບໍ່ສາມາດເຂົ້າເຖິງ ຊຶ່ງຂົງເຂດດັ່ງກ່າວ ແມ່ນຍັງມີຄວາມຕ້ອງການ ໃນການພັດທະນາໃນຂົງເຂດພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ນໍ້າປະປາ, ເສັ້ນທາງ ແລະ ຕາຄ່າຍໄຟຟ້າ; ດ້ານຂົງເຂດສາທາລະນະສຸກ, ສາທາລະນຸປະໂພກ, ໂພຊະນາການ ສໍາລັບແມ່ ແລະ ເດັກນ້ອຍ ເກີດໃຫມ່ ລວມໄປເຖິງເດັກນ້ອຍທີ່ອາຍຸຕໍ່າກ່ວາ 5 ປີ ຕາມເປົ້າຫມາຍຂອງ MDGs, ການປ້ອງກັນໄຂ້ຫວັດ, ພະຍາດມະລາເລຍ ແລະ ພະຍາດໂລກລະບາດ ອື່ນໆ; ການສົ່ງເສີມທາງດ້ານການສຶກສາ ເຊິ່ງເປົ້າຫມາຍຂອງລັດຖະບານ ຕ້ອງສູ້ຊົນໃຫ້ ອັດຕາການລອດເຫຼືອ ແລະ ຮຽນຈົບຂອງນັກຮຽນ ຊັ້ນປະຖົມ-ຊັ້ນມັດທະຍົມຕົ້ນ ແລະລົບລ້າງການກືກໜັງສືໃຫ້ເຫລືອສູນ.
  • ຍັງຂາດການຈັດລຽງບູລິມະສິດ ຂອງບູລິມະສິດ ຂອງຂະແໜງການເພື່ອພັດທະນາ ໃຫ້ມີຄວາມໂດດເດັ່ນ ແລະເປັນຕົວແບບ ໃນການພັດທະນາທີ່ຄົບຖ້ວນ ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ທັງເປັນການສ້າງວຽກເຮັດງານທໍາ ແລະລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ;
  • ກົນໄກໃນການສົ່ງເສີມການມີສ່ວນຮ່ວມຂອງພາກທຸລະກິດ ໃນຂະບວນການພັດທະນາ ຍັງມີຂອດຈໍາກັດ ເນື່ອງຈາກ ວ່າ ພາກທຸລະກິດ ແມ່ນມີບົດບາດສໍາຄັນໃນການສະໜັບໜູນທາງດ້ານການເງິນ ແລະທາງດ້ານວິຊາການຕ່າງໆ ລວມທັງ ກົນໄກ ໃນການຊຸກຍູ້ບັນດາວິສາຫະກິດຂະໜາດນ້ອຍ ແລະກາງ ເພື່ອສົ່ງເສີມການຜະລິດ ແລະຜະລິດຕະພັນພາຍໃນ ທີ່ຫຼາກຫຼາຍ ໃຫ້ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ ແລະສັງຄົມ;
  • ການຕິດຕາມ ແລະປະເມີນແຜນງານ/ໂຄງການ ຊກພ ຍັງຂາດ ຊ່ຽວຊານ ແລະວິຊາການສະເພາະດ້ານ, ແຜນການອັນລະອຽດ ແລະຕໍ່ເນື່ອງ ຂອງບັນດາກະຊວງທີ່ເປັນຜູ້ຄຸ້ມຄອງ ໃນການຈັດຕັ້ງປະຕິບັດໂຄງການ ຊຶ່ງເຮັດໃຫ້ການລາຍງານສະພາບການຈັດຕັ້ງປະຕິບັດໂຄງການ ບໍ່ແທດເໝາະກັບຄວາມເປັນຈິງເທົ່າທີ່ຄວນ ລວມທັງການແກ້ໄຂບັນຫາຕ່າງໆ ບໍ່ທັນກັບສະພາບ ຈຶ່ງພາໃຫ້ການຈັດຕັ້ງປະຕິບັດແຜນງານ/ໂຄງການມີຄວາມຊັກຊ້າ.

2.4.3 ກາລະໂອກາດ

  • ໃນວາລະການພັດທະນາແບບຢືນຍົງ 2030, ເວທີສາກົນໄດ້ຮຽກຮ້ອງໃຫ້ເພີ່ມທະວີການຊ່ວຍເຫຼືອດ້ານການຄ້າ ໃຫ້ແກ່ບັນດາປະເທດກໍາລັງພັດທະນາ ໂດຍສະເພາະປະເທດດ້ອຍພັດທະນາ, ເຊິ່ງນອນຢູ່ໃນເປົ້າໝາຍທີ່ 8 ຂອງ SDGs, ການຊ່ວຍເຫຼືອທາງການຄ້ານີ້ ເປັນການກະຕຸ້ນໃຫ້ເສດຖະກິດຂະຫຍາຍຕົວ ແລະຫຼຸດຜ່ອນຄວາມທຸກຍາກ. ມູນຄ່າການຊ່ວຍເຫຼືອທາງດ້ານການຄ້າຕັ້ງແຕ່ປີ 2006 ສະເລ່ຍແມ່ນ 54 ຕື້ໂດລາສະຫະລັດ, ການເບີກຈ່າຍສະສົມ ຫຼາຍກວ່າ 300 ຕື້ໂດລາສະຫະລັດ ເຊິ່ງມີີທ່າອ່ຽງ ເພີ່ມຂຶ້ນທຸກປີ. ໃນວາລະ Addis Ababa Agenda for Action ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສະໜັບສະໜູນທາງດ້ານການເງິນໃຫ້ແກ່ພາກເອກະຊົນ, ໃນການຊ່ວຍເຫຼືອນີ້ແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຊີ, ຄວາມຮູ້ ແລະການສົ່ງເສີມສະພາບແວດລ້ອມໃນການດໍາເນີນທຸລະກິດ. ເຊິ່ງເປັນໂອກາດອັນດີໃຫ້ແກ່ ສປປ ລາວ ເພື່ອສົ່ງເສີມການພັດທະນາສິນຄ້າ, ເພີ່ມທະວີການສົ່ງອອກ ແລະ ຫຼູດຜ່ອນຕົ້ນທຶນທາງດ້ານການຄ້າຕ່າງໆ. ສິ່ງເຫຼົ່ານັ້ນຍັງຊ່ວຍສະໜັບສະໜູນ ການສົ່ງເສີມທັກສະສີມືແຮງງານ, ສ້າງວຽກເຮັດງານທໍາ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການດໍາເນີນທຸລະກິດ;
  • ການຮ່ວມມືໃນລະດັບອະນຸພາກພື້ນ ແລະພາກພື້ນ ທີ່ເພີ່ມຂື້ນ ແລະເລັ່ງໃສ່ການສົ່ງເສີມທາງດ້ານເສດຖະກິດ ແລະ ການຄ້າ ຊຶ່ງຊຸກຍູ້ ໃຫ້ ສປປ ລາວ ໄດ້ຮັບການພັດທະນາໃນດ້ານຕ່າງໆ ເພື່ອຮອງຮັບການຂະຫຍາຍຕົວດັ່ງກ່າວ ໂດຍຜ່ານການສະໜັບໜູນທາງດ້ານວິຊາການ ແລະທາງດ້ານການເງິນ;
  • ການເຂົ້າເປັນສະມາຊິກ ແລະເຊື່ອມສານ ກັບອົງການສາກົນເຊັ່ນ: ສະມາຄົມເສດຖະກິດອາຊຽນ, ອົງການ ການຄ້າໂລກ ຊ່ວຍໃຫ້ລາວສາມາດເຂົ້າເຖິງຕະຫຼາດສາກົນທີ່ກ້ວາງຂວາງ ຊຶ່ງຊ່ວຍສົ່ງເສີມການຜະລິດເປັນສິນຄ້າ ເພື່ອສົ່ງອອກ ທັງເປັນການສ້າງຄວາມອາດສາມາດ ໃນການແຂ່ງຂັນຂອງລາວ ໃນເວທີການຄ້າສາກົນ ໃຫ້ຫຼາຍຂຶ້ນ;
  • ການຮ່ວມມືໃຕ້-ໃຕ້ ກັບບັນປະເທດ ທີ່ມີສະຖານະພາບການພັດທະນາທີ່ຄ້າຍຄືກັນ ກໍ່ແມ່ນວຽກງານໜຶ່ງ ທີ່ຈະຊ່ວຍ ໃຫ້ ສປປ ລາວ ໄດ້ມີການແລກປ່ຽນປະສົບການ ແລະການຮຽນຮູ້ເອົາສິ່ງໃໝ່ໆ ໃນການຊຸກຍູ້ການພັດທະນາໃຫ້ຂະຫຍາຍຕົວ.

2.4.4 ສິ່ງທ້າທາຍ:

  • ປະຈຸບັນ, ສະພາບໂລກ ໄດ້ມີການປ່ຽນແປງຫລາຍຂຶ້ນ ເຊິ່ງສະແດງອອກໃຫ້ເຫັນເຖິງຜົນກະທົບໃນຫລາຍດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ດ້ານການປ່ຽນແປງສະພາບດິນຟ້າອາກາດ, ສະພາບການຮ່ວມມືທາງດ້ານການເມືອງ ແລະ ຄວາມຫມັ້ນຄົງຂອງຊາດ ແລະ ຕິດພັນໄປເຖິງທິດທາງການຊ່ວຍເຫລືອເພື່ອການພັດທະນາຂອງບັນດາປະເທດມະຫາອໍານາດ ຫລື ບັນດາປະເທດທີ່ພັດທະນາແລ້ວ ທີ່ມີິ ຕໍ່ປະເທດດ້ອຍພັດທະນາ ໃນທຸກທະວີບ ເຊັ່ນ: ທະວີບອາຊີ, ທະວີບອາຝຣິກາ ແລະ ທະວີບອາເມລິກາໃຕ້. ຍ້ອນຄວາມແຕກໂຕນທາງດ້ານເສດຖະກິດ, ການຍາດແຍ່ງເປັນປະເທດຜູ້ນໍາທີ່ມີອິດທິພົນໃນເວທີສາກົນ ຈຶ່ງເປັນຜົນສະທ້ອນອັນຫນຶ່ງ ທີ່ສ້າງຜົນກະທົບໃຫ້ແກ່ປະເທດດ້ອຍພັດທະນາຫຼາຍກ່ວາ ຊຶ່ງເຮັດໃຫ້ບໍ່ສາມາດສ້າງຄວາມສະຫມໍ່າສະເຫມີ ໃນການລະດົມທຶນຊ່ວຍເຫລືອເພື່ອການພັດທະນາ ມາພັດທະນາປະເທດຊາດຕົນເອງໄດ້.
  • ບັນດາປະເທດທີ່ພັດທະນາແລ້ວ ຫລື ຄູ່ຮ່ວມພັດທະນາຫລັກ ໄດ້ມີທິດທາງນະໂຍບາຍໃຫມ່ໂດຍ ຫັນເອົາການຊ່ວຍເຫລືອລ້າ ໃນຫລາຍຮູບແບບທີ່ເຄີຍຈັດຕັ້ງປະຕິບັດໃນຂົງເຂດອາຊີອາຄະເນ ໄປຊ່ວຍເຫລືອໃຫ້ແກ່ບັນດາປະເທດທີ່ດ້ອຍພັດທະນາໃນທະວີບອາຟຣິກາ;
  • ການຈັດຕັ້ງປະຕິບັດແຜນງານ/ໂຄງການ ຈໍານວນໜຶ່ງ ສປປ ລາວ ຍັງຈະຕ້ອງໄດ້ປັບປຸງ ບັນດານະໂຍບາຍ ແລະລະບຽບການຕ່າງໆ ໃຫ້ມີຄວາມສອດຄ່ອງກັບ ຂອງບັນດາຄູ່ຮ່ວມພັດທະນາ ເພື່ອເຮັດໃຫ້ ສປປ ລາວ ມີຄວາມພ້ອມ ທາງດ້ານພະນັກງານ,​ ວິຊາການ ແລະງົບປະມານ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານ/ໂຄງການ;
  • ການວິເຄາະ ແລະກໍານົດແຜນການ/ໂຄງການລະອຽດ ໃຫ້ແທດເໝາະກັບສະພາບການພັດທະນາຂອງແຕ່ລະຂະແໜງການ ຍັງເປັນໄປຕາມຄວາມຕ້ອງການ ແລະສະພາບແວດລ້ອມຂອງພາກພື້ນ ແລະສາກົນ ຊຶ່ງບາງຄັ້ງຍັງເຮັດໃຫ້ບໍ່ສາມາດຕອບສະໜອງໄດ້ຄວາມຕ້ອງການ ທີ່ເປັນບຸລິມະສິດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຢ່າງຄົບຖ້ວນ ແລະມີປະສິດທິຜົນສູງ.
  • ໄພທໍາມະຊາດ ທີ່ເກີດຈາກການປ່ຽນແປງຂອງສະພາບດີນຟ້າອາກາດ ແລະການກຽມຄວາມພ້ອມໃນການຮັບມືຕໍ່ກັບສະພາບຂອງການປ່ຽນແປງ ແລະຫຼຸດຜ່ອນຜົນກະທົບ ລວມເຖິງການຝື້ນຝູ ແລະແກ້ໄຂຜົນກະທົບຕ່າງໆ ໃຫ້ທ່ວງທັນກັບເວລາ ຊຶ່ງເຫັນວ່າ ລັດຖະບານ ຍັງແບກຫາບລາຍຈ່າຍ ໃນການແກ້ໄຂບັນຫາເຫຼົ່ານີ້ ໃນແຕ່ລະປີ ສູງພໍສົມຄວນ;

ສະນັ້ນ, ຍຸດທະສາດຊ່ວຍເຫລືອເພື່ອການພັດທະນາ ສປປ ລາວ 2030 ນີ້ ຈະເປັນຍຸດທະສາດສະບັບໜຶ່ງທີ່ ໄດ້ກໍານົດຢ່າງຊັດເຈນເຖິງຄວາມຕ້ອງການຈໍານວນທຶນ ແລະ ຂົງເຂດ ເພື່ອມາຊ່ວຍພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ສະຖາປະນາ ສປປ ລາວ ເປັນປະເທດທີ່ມີລາຍຮັບໃນລະດັບປານກາງ ຈົນຮອດປີ 2030.

3.   ຫຼັກການ, ວິໄສທັດ, ທິດທາງ ແລະຍຸດທະສາດ

3.1       ຫຼັກການ

ຕາມທິດທາງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄືນະໂຍບາຍຂອງລັດຖະບານ ໃນການເປີດກວ້າງການພົວພັນ-ຮ່ວມມືກັບຕ່າງປະເທດ ແລະ ສາກົນ ຕ້ອງເປັນໄປຕາມຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ບົນພື້ນຖານການເຄົາລົບຄວາມເປັນເອກະລາດ, ອະທິປະໄຕຂອງປະເທດ ແລະ ກົດໝາຍຂອງ ສປປ ລາວ ຊຶ່ງມີລະອຽດດັ່ງນີ້:

ການມີຜົນປະໂຫຍດຮ່ວມກັນ: ແມ່ນຫຼັກການລວມທີ່ກໍານົດໄວ້ສະເພາະໜ້າ ແລະ ຍາວນານ ເຊີ່ງທັງສອງຝ່າຍ ຕ້ອງຮັບຮູ້ ແລະ ເຂົ້າໃຈເຊີ່ງກັນ ແລະກັນ ດັ່ງນັ້ນທັງສອງຝ່າຍຕ້ອງເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບໃນ ການກວດກາ ແລະ ຮຽບຮຽງເນື້ອໃນສັນຍາໃຫ້ຮອບຄອບຖີ່ຖ້ວນ;

ການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະກັນ: ແມ່ນຮຽກຮ້ອງໃຫ້ແຕ່ລະຝ່າຍທີ່ມີການຮ່ວມມື ຕ້ອງເຄົາລົບບັນດາຂໍ້ຕົກລົງທີ່ໄດ້ເຊັນນຳກັນ, ບໍ່ນຳເອົາເງື່ອນໄຂອື່ນໆເພື່ອຕໍ່ລອງ ແລະ ສ້າງຜົນສະທ້ອນເຖິງຄວາມໝັ້ນຄົງທາງການເມືອງ ກໍ່ຄືທາງເສດຖະກິດ; ຫຼັກການຄວາມເປັນເອກະລາດ ແລະ ເປັນເຈົ້າຕົນເອງໃນການຄຸ້ມຄອງ ແມ່ນຖືວ່າເປັນຫຼັກການທີ່ສຳຄັນ ເພື່ອບໍ່ໃຫ້ມີການສວຍໃຊ້ໂຄງການຊ່ວຍເຫຼືອມາເປັນເຄື່ອງມືຕໍ່ລອງ ເຮັດໃຫ້ສູນເສຍຄວາມເປັນເອກະລາດ ບໍ່ວ່າໃນຮູບແບບໃດກໍ່ຕາມ. ພ້ອມນັ້ນ ກໍ່ຕ້ອງເປັນເຈົ້າຕົນເອງ ໃນການຄຸ້ມຄອງໂຄງການ ເພື່ອຮັບປະກັນໄດ້ຜົນສຳເລັດຂອງໂຄງການດັ່ງຕາມເປົ້າໝາຍທີ່ກຳນົດໄວ້;

ການສະໜັບສະໜູນ ແລະ ສອດຄ່ອງກັບບັນດາເປົ້າໝາຍທີ່ເປັນບຸລິມະສິດ ຂອງການພັດທະນາແຫ່ງຊາດ: ແມ່ນ ການຮ່ວມມືກັນລະຫວ່າງ ລັດຖະບານ ແລະຄູ່ຮ່ວມພັດທະນາ ໃນການຄຸ້ມຄອງ ແລະນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ໃຫ້ປະກອບສ່ວນ ແລະ ສອດຄ່ອງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ຊຶ່ງຈະຊ່ວຍຮັບປະກັນໃຫ້ແກ່ການບັນລຸເປົ້າໝາຍ ແລະວິໄສທັດໃນການພັດທະນາຂອງ ສປປ ລາວ ແລະວາລະການພັດທະນາສາກົນ.

ພ້ອມດຽວກັນນັ້ນ, ການລະດົມທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ ຍັງຈະຕ້ອງເລັ່ງໃສ່ຕອບສະໜອງເປົ້າໝາຍ ໃນການພັດທະນາຂອງ ສປປ ລາວ ກໍ່ຄືການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງກັບສາກົນ ແລະພາກພື້ນ ໂດຍໃຫ້ເປັນປະເທດທີ່ໃຫ້ການບໍລິການທາງຜ່ານ ທີ່ມີປະສິດທິຜົນ ໃຫ້ໄປຄຽງຄູ່ກັບການປະຕິບັດພັນທະສາກົນ ກໍ່ຄືກັນຈັດຕັ້ງປະຕິບັດບັນດາເປົ້າໝາຍສະຫັດສະວັດເພື່ອການພັດທະນາ ທີ່ຍັງບໍ່ທັນບັນລຸ ແລະການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງ.

ເພື່ອຈະບັນລຸເປົ້າໝາຍດັ່ງກ່າວ ແມ່ນຮຽກຮ້ອງ ໃຫ້ທຸກໆແຜນງານ/ໂຄງການຕ້ອງໄດ້ຈັດວາງເປົ້າໝາຍ ໃຫ້ລະອຽດ; ຕ້ອງໄດ້ມີການກຳນົດໂຄງສ້າງຂອງແຜນງານ/ໂຄງການເປັນອັນລະອຽດ; ມີການກຳນົດກິດຈະກຳ ແລະ ຮູບແບບ ການບໍລິຫານຕາມລັກສະນະພິເສດສະເພາະຂອງແຜນງານ/ໂຄງການ; ຕ້ອງສາມາດຊອກເຫັນບັນຫາ ແລະ ຂໍ້ຂັດແຍ່ງຕ່າງໆ ລວມທັງບັນດາຄວາມສ່ຽງ; ຕ້ອງມີລະບົບການເງິນ ແລະ ບັນຊີທີ່ຈະແຈ້ງ ແລະ ໂປ່ງໃສ; ມີການແບ່ງຄວາມຮັບຜິດຊອບລະອຽດ; ມີການສະຫຼຸບລາຍງານຢ່າງລະອຽດ ແລະ ເປັນປົກກະຕິ; ແລະ ມີການຕິດຕາມ-ປະເມີນຜົນ ການຈັດຕັ້ງປະຕິບັດ ຢ່າງຮອບດ້ານ.

3.2       ວິໄສທັດ

ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ແລະ ບໍ່ຕົກຢູ່ໃນແຫ້ວຂອງການພັດທະນາຂອງປະເທດລາຍຮັບຕ່ຳປານກາງ ຈະຕ້ອງສຸມໃສ່ການສ້າງປະຖົມປັດໄຈ ກໍ່ຄືບັນດາ ກຳລັງແຮງຍູ້ດັນທາງດ້ານເສດຖະກິດ, ສັງຄົມ ແລະສີ່ງແວດລ້ອມ. ທັງສາມດ້ານຂອງການພັດທະນາ ແມ່ນຖືວ່າເປັນເສົາຄ້ຳຫຼັກຂອງການພັດທະນາ ທີ່ຈຳເປັນຕ້ອງມີການລະດົມທຶນ ແລະ ວິຊາການ ເຂົ້າຊ່ວຍ. ເພື່ອບັນລຸໄດ້ຕາມວິໄສທັດການພັດທະນາ 2030 ແລ້ວ ສປປ ລາວ ກໍ່ຕ້ອງໄດ້ສຸມທຸກແຫຼ່ງທຶນ ບໍ່ວ່າຈະເປັນທັງດ້ານການເງິນ ແລະ ຊັບພະຍາກອນມະນຸດ ເຂົ້າໃສ່ໃນການພັດທະນາ ເພື່ອໃຫ້ ສປປ ລາວ ຫຼຸດຜ່ອນການເອື່ອຍອີງໃສ່ ທຶນຊ່ວຍເຫຼືອທາງການເພື່່ອການພັດທະນາ ແລະກ້າວເປັນສະມັກຊິກຂອງບັນດາກຸ່ມປະເທດ ທີ່ສາມາດພັດທະນາທາງດ້ານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ດ້ວຍການໝູນໃຊ້ທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ, ຊັບພະຍາກອນມະນຸດ ແລະງົບປະມານຂອງຕົນເອງ. ດັ່ງນັ້ນ ວິໄສທັດ ສຳລັບ ສປປ ລາວ ໃນວຽກງານການລະດົມທຶນ ແລະ ຄຸ້ມຄອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ 2030 ແມ່ນ: ຄຸ້ມຄອງ ແລະນໍາໃຊ້ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາຢ່າງມີປະສິດທິຜົນ ເພື່ອຮັບປະກັນໃຫ້ແກ່ການສ້າງຊັບພະຍາ ກອນມະນຸດທີ່ເຂັ້ມແຂງ, ສ້າງພື້ນຖານໂຄງລ່າງ ທີ່ເອື້ອຍອໍານວຍໃຫ້ແກ່ການບໍລິການ ແລະການຜະລິດທັນສະໄໝ ແລະເປັນມິດຕໍ່ສິ່ງແວດລ້ອມ .

3.3       ທິດທາງ

ການລະດົມ ແລະ ຄຸ້ມຄອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ ແມ່ນອີງໃສ່ຄວາມຕ້ອງການດ້ານທຶນຮອນ ແລະ ວິຊາການທີ່ໄດ້ກຳນົດໃນຍຸດທະສາດຕ່າງໆທີ່ ສປປ ລາວ ໄດ້ສ້າງຂື້ນມາ ເຊີ່ງລວມມີ: 1. ຍຸດທະສາດການພັດທະນາເສດຖະກິດຕາມທິດທີ່ມີຄຸນນະພາບ, ສົມດຸນ, ຕໍ່ເນື່ອງ, ຍືນຍົງ ແລະເປັນສີຂຽວ; 2. ຍຸດທະສາດເພື່ອເປົ້າໝາຍລຸດພົ້ນຈາກສະຖານະພາບດ້ອຍພັດທະນາ (LDCs) ໃນປີ 2020 ແລະປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs); 3. ຍຸດທະສາດວ່າດ້ວຍການພັດທະນາຊັບພະຍາກອນມະນຸດ; 4. ຍຸດທະສາດການປົກປັກຮັກສາ ແລະນໍາໃຊ້ຊັບພະຍາກອນທຳມະ ຊາດແບບຍືນຍົງ, ມີປະສິດທິຜົນ ແລະຕາມທິດຫັນເປັນສີຂຽວ; 5. ຍຸດທະສາດ ວ່າດ້ວຍການເພີ່ມທະວີຄວາມສັກສິດ ຂອງລະບົບການປົກຄອງປະຊາທິປະໄຕປະຊາຊົນ ແລະເພີ່ມຄວາມສັກສິດໃນການປົກຄອງຕາມກົດໝາຍ; 6. ຍຸດທະສາດການເຊື່ອມໂຍງແລະເຊື່ອມຕິດກັບພາກພື້ນແລະສາກົນ ແລະ 7. ຍຸດທະສາດຫັນເປັນອຸດສາຫະກໍາ ແລະທັນສະໄໝ.

ອີງຕາມສະພາບການພັດທະນາ ຂອງໄລຍະການພັດທະນາ ແຕ່ນີ້ ຮອດ 2030 ເຫັນວ່າຄວາມຕ້ອງການທຶນຮອນ ແລະ ວິຊາການແມ່ນມີຄວາມແຕກຕ່າງກັນ ແລະ ສາມາດກຳນົດໄດ້ເປັນ ສາມໄລຍະ ຄື: ໄລຍະສຸມການພັດທະນາເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2019-2021; ໄລຍະຮັບປະກັນການອອກຈາກ ປະເທດດ້ອຍພັດທະນາຢ່າງຖາວອນ 2022-2024; ແລະ ໄລຍະການກະກຽມຄວາມພ້ອມໃຫ້ປະເທດຊາດບັນລຸລາຍຮັບສູງປານກາງ 2025-2030.

ເພື່ອໃຫ້ບັນລຸຕາມວິໄສທັດດັ່ງກ່າວ ທິດທາງການລະດົມ, ນຳໃຊ້ ແລະ ຄຸ້ມຄອງ ຊກພ ແມ່ນຕິດພັນກັບສະພາບຂອງການພັດທະນາແຕ່ລະໄລຍະ ແລະ ຕ້ອງໄດ້ມີການປັບປຸງໃຫ້ເໝາະສົມກັບສະພາບຕົວຈິງ ເພື່ອໃຫ້ສາມາດສ້າງຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງດ້ານວິຊາການ, ວິທະຍາສາດ ແລະເຕັກໂນໂລຊີທີ່ທັນສະໃໝ ຊຶ່ງເປັນໜຶ່ງໃນປັດໄຈຫຼັກ ທີ່ຊ່ວຍຂັບເຄື່ອນ ການພັດທະນາຂອງບັນດາຂະແໜງການ ໃຫ້ສາມາດບັນລຸໄດ້ຕາມເປົ້າ  ໝາຍ ໄດ້ຢ່າງມີປະສິດທິຜົນ.

3.4       ຍຸດທະສາດ

ເພື່ອຜັນຂະຫຍາຍວິໃສທັດ ໃນວຽກງານການລະດົມທຶນ ແລະ ຄຸ້ມຄອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ 2030 ໃຫ້ປະກົດຜົນເປັນຈິງ ສປປ ລາວ ຈະຕ້ອງໝູນໃຊ້ທ່າແຮງຂອງການຮ່ວມມື ໃນລະດັບອະນຸພາກພື້ນ, ພາກພື້ນ ແລະສາກົນ ໃຫ້ມີການເຊື່ອມສານ ແລະຊຸກຍູ້ເຊີ່ງກັນແລະກັນ ບໍ່ວ່າການຮ່ວມມືດັ່ງກ່າວ ຈະເປັນຮູບແບບການຊ່ວຍເຫຼືອສອງຝ່າຍ ຫຼື ຫຼາຍຝ່າຍ ກໍ່ຈະຕ້ອງຕອບສະໜອງໄດ້ເປົ້າໝາຍການພັດທະນາ ທີ່ເປັນບຸລິມະສິດ ຂອງບັນດາຂະແໜງການ ກໍ່ຄືເປົ້າໝາຍການພັດທະນາແຫ່ງຊາດ. ສະນັ້ນ, ການຊ່ວຍເຫຼືອຕ່າງໆ ໃນແຕ່ລະຂະແໜງການ ຈະຕ້ອງຊຸກຍູ້ ແລະສະໜັບສະໜູນເຊີ່ງກັນແລະກັນ ເພື່ອເຮັດໃຫ້ການພັດທະນາຂອງແຕ່ລະຂະແໜງການໄປເປັນຄູ່ຂະໜານ.

ສປປ ລາວ ຕ້ອງໄດ້ເສີມຂະຫຍາຍຍຸດທະສາດ ແລະນະໂຍບາຍ ເພື່ອຜັນຂະຫຍາຍ ວິໄສທັດ ແລະເປົ້າໝາຍການພັດທະນາ ໃນການຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດສາກົນ ໃຫ້ປະກົດຜົນເປັນຈິງ. ລັດຖະບານຈະໄດ້ເພີ່ມທະວີຄວາມເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າໃນການເສີມຂະຫຍາຍການຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະສາກົນ ເຊັ່ນ: ການຮ່ວມມືທາງດ້ານເສດຖະກິດໃນຂອບອະນຸພາກພື້ນແມ່ນໍ້າຂອງ, ການຮ່ວມມືເສດຖະກິດອາຊຽນ ພ້ອມທັງເສີມຂະຫຍາຍການກໍ່ສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ຊຶ່ງອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງ ຂອງ ສປປ ລາວ ເພື່ອຍົກລະດັບການເຊື່ອມໂຍງເຊື່ອມຈອດ ໃນຂະແໜງການ ຄົມມະນາຄົມ, ພະລັງງານໄຟຟ້າ ແລະ ຂະແໜງການ ພື້ນຖານໂຄງລ່າງອື່ນໆ; ລົງເລິກການຮ່ວມມືຂົງເຂດການຄ້າ ແລະ ການລົງທຶນ, ເສີມຂະຫຍາຍພື້ນທີ່ການຮ່ວມມື ດ້ານອຸດສາຫະກຳ ການຜະລິດ ແລະ ເຂດນິຄົມອຸດສາຫະກຳ ໂດຍນຳໃຊ້ກົນໄກການຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືການກໍ່ສ້າງ ແລະ ເຝິກອົບຮົມດ້ານຊັບພະຍາກອນມະນຸດ, ສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ ໂດຍສະເພາະຂະແໜງທີ່ມີທ່າແຮງ ​ຂອງ​ ສປປ ລາວ.

ສະນັ້ນ ສປປ ລາວ ຕ້ອງເອົາໃຈໃສ່ສົ່ງເສີມກົນໄກ ແລະໜ່ວຍງານຕ່າງໆ ເພື່ອຮັບຜິດຊອບ ສຶກສາຄົ້ນຄວ້າ ແລະ ປະສານສົມທົບ ໃນການສ້າງຄວາມເຂົ້າໃຈ, ຊອກຫາຊ່ອງທາງ ແລະ ຄວາມອາດສາມາດໃນການເຂົ້າຫາແຫລ່ງທຶນ ທີ່ນອນໃນຂອບການຮ່ວມມືຕ່າງໆ ໄດ້ຢ່າງຖືກຕ້ອງ, ມີຄວາມສອດຄອງ ແລະ ນຳໃຊ້ໄດ້ຢ່າງແທ້ຈິງ ທັງນີ້ກໍ່ເພື່ອຮັບປະກັນໝາກຜົນ, ປ້ອງກັນຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ແລະການຮ່ວມມືຂອງ ສປປ ລາວ ກັບຂົງເຂດອະນຸພາກພື້ນ, ພາກພື້ນ ແລະສາກົນ.

ເພື່ອຮັບປະກັນໃຫ້ປະສິດທີພາບ ແລະປະສິດທິຜົນໃນການລະດົມທຶນ ແລະຄຸ້ມຄອງ ຊກພ ຮອດປີ 2030, ການກໍານົດເປົ້າໝາຍບູລິມະສິດແຜນງານ ແລະການພິຈາລະນາຄວາມຕ້ອງການ ແລະຜູ້ສະໜອງດ້ານທຶນຮອນ ແລະວິຊາການ ແມ່ນຈະຕ້ອງໄດ້ຖືກກຳນົດໃຫ້ສອດຄ່ອງກັບຄວາມຕ້ອງການ ໃນການຈັດຕັ້ງປະຕິບັດວຽກງານ ໂດຍອີງໃສ່ຂະແຫນງການຫລັກ ທີ່ມິີຄວາມຈໍາເປັນທີ່ສຸດໃນການພັດທະນາ  ໂດຍຍຶດຖືເອົາບັນດາຄວາມຕ້ອງການໃນການຮັບປະກັນການສ້າງພື້ນຖານ ໃຫ້ແກ່ການກ້າວໄປສູ່ປະເທດທີ່ມີລາຍຮັບສູງປານກາງ ເຊີ່ງທຶນ ຊກພ ຈະໄດ້ຈັດສັນເຂົ້າໃນການພັດທະນາ ທີ່ຮັບປະກັນການບັນລຸ ສອງເປົ້າໝາຍສໍາຄັນຄື: 1.) ເພື່ອສ້າງປັດໄຈ ທີ່ຊຸກຍູ້ໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024  ແລະ ໄລຍະການກະກຽມຄວາມພ້ອມໃຫ້ປະເທດຊາດບັນລຸລາຍຮັບສູງປານກາງ; ແລະ 2.) ສືບຕໍ່ໃຫ້ບັນລຸເປົ້າໝາຍ MDGs ທີ່ຍັງບໍ່ທັນໄດ້ບັນລຸ  ໂດຍຖືເອົາການຊຸກຍູ້ ແລະ ສົ່ງເສີມການສ້າງຄວາມເຂັ້ມແຂງ  ເປັນວຽກງານສໍາຄັນ ແລະຈໍາເປັນທີ່ສຸດ. ພ້ອມດຽວກັນນີ້, ຍັງຈະຕ້ອງໄດ້ສຸມໃສ່ການບັນລຸເປົ້າໝາຍເພື່ອການພັດທະນາແບບຍືນຍົງ (SDGs). ດ້ວຍເຫດນັ້ນ, ຍຸດທະສາດການລະດົມທຶນຊ່ວຍເຫລືອທາງການເພື່ອການພັດທະນາ ແມ່ນໄດ້ມີເນື້ອໃນຈິດໃຈສຸມໃສ່ ການຈັດຕັ້ງປະຕິບັດ  3 ແຜນງານຫຼັກໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ເປັນໄປຕາມວິໄສທັດ 2030 ຄື: ແຜນງານດ້ານເສດຖະກິດ, ແຜນງານດ້ານສັງຄົມ ແລະ ແຜນງານດ້ານສິ່ງແວດລ້ອມ .

ດັ່ງນັ້ນ, ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ຂອງ ສປປ ລາວ ໃນຊ່ວງໄລຍະນີ້ ໂດຍລວມແລ້ວ ຍັງຈະຕ້ອງໄດ້ຍຶດຖືເອົາການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະສະຖາບັນການເງິນ ເປັນຕົ້ນຕໍ. ເນື່ອງຈາກວ່າ ສປປ ລາວ ຍັງມີຄວາມຕ້ອງການທຶນຈໍານວນຫຼວງຫຼາຍ ເພື່ອສຸມໃສ່ການຈັດຕັ້ງປະຕິບັດໃນບັນດາຂົງເຂດບຸລິມະສິດ ທີ່ຈະຕ້ອງຈັດສັນລົງສູ່ສາມແຜນງານທີ່ໄດ້ກ່າວມາຂ້າງເທິງ.

  • ແຜນງານດ້ານເສດຖະກິດ

ການຂົນຂວາຍແຫຼ່ງທຶນ ແລະ ຄຸ້ມຄອງ ຊກພ ຕ້ອງແນ່ໃສ່ ການສະໜັບສະໜູນແຜນງານ ແລະວຽກງານ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ,  ໂດຍຫັນໄປສູ່ການຜະລິດສະບຽງອາຫານທີ່ປອດໄພ ສາມາດຕອບສະໜອງຄວາມຕ້ອງການພາຍໃນ  ແລະ ກາຍເປັນເງື່ອນໄຂພື້ນຖານສໍາລັບການຜະລິດໃຫ້ເປັນສິນຄ້າສົ່ງອອກທີ່ຫຼາກຫຼາຍ. ໃນນີ້ ແຫຼ່ງທຶນ ຊກພ ທີ່ສຸມໃສ່ການພັດທະນາໂຄງລ່າງພື້ນຖານ ຕ້ອງຮອງຮັບ ແລະເອື້ອອໍານວຍໃຫ້ແກ່ຂົງເຂດການຜະລິດ ໂດຍສະເພາະການຕອບສະໜອງດ້ານແຫຼ່ງພະລັງງານ, ລະບົບສາຍສົ່ງໄຟຟ້າ ແລະ ຄົມມະນາຄົມຂົນສົ່ງ, ສິ່ງເຫຼົ່ານີ້ຈະເປັນການສ້າງປະຖົມປັດໄຈ ໃຫ້ແກ່ການຂະຫຍາຍຕົວ ເພື່ອຫັນເປັນອຸດສາຫະກໍາທີ່ທັນສະໄໝ ແລະການຂະຫຍາຍການຜະລິດ ສິນຄ້າອຸດສາຫະກໍາສົ່ງອອກທີ່ຫຼາກຫຼາຍ ໃຫ້ສາມາດແຂ່ງຂັນໃນຕະຫຼາດສາກົນ. ຕິດພັນກັບວຽກງານດັ່ງກ່າວ, ຕ້ອງໄດ້ມີກົນໄກການຄຸ້ມຄອງປະສິດທິພາບ ແລະປະສິດທິຜົນຂອງພາກທຸລະກິດ ເພື່ອສົ່ງເສີມພາກທຸລະກິດຂະໜາດນ້ອຍ ແລະ ກາງ  ໃຫ້ສາມາດດໍາເນີນກິດຈະການຢ່າງມີຜົນກໍາໄລ ແລະໝັ້ນຄົງ ເພື່ອປະກອບສ່ວນການສ້າງລາຍຮັບໃຫ້ແກ່ເສດຖະກິດແຫ່ງຊາດ ກໍ່ຄືການຊຸກຍູ້ເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕ່ໍ່ເນື່ອງ ເຊິ່ງຕ້ອງໄດ້ເພີ່ມທະວີການລະດົມແຫຼ່ງທຶນ ເພື່ອຕອບສະໜອງໃຫ້ແກ່ການພັດທະນາຫົວໜ່ວຍທຸລະກິດ, ສົ່ງເສີມກົນໄກຕະຫຼາດທຶນໃຫ້ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິພາບ ແລະ ສົ່ງເສີມກົນໄກການລະດົມທຶນໃຫ້ຫຼາກຫຼາຍ, ມີການເຊື່ອມໂຍງກັບພາກພື້ນ ແລະສາກົນ ຫຼາຍຂື້ນ ເພື່ອຂະຫຍາຍຖານຂອງແຫຼ່ງທຶນໃຫ້ກ້ວາງຂວາງ ໃຫ້ໄປເຖິງບ່ອນທີ່ມີທ່າແຮງບົ່ມຊ້ອນ;  ໄປຄຽງຄູ່ກັນນັ້ນ ຕ້ອງໄດ້ລະດົມການສະໜັບສະໜູນເຂົ້າໃນການສ້າງເງື່ອນໄຂ ເອື້ອອໍານວຍທາງດ້ານນິຕິກໍາ, ລະບຽບຫຼັກການ, ກົນໄກ ແລະ ຂັ້ນຕອນຂອງການເຂົ້າຫາແຫຼ່ງທຶນ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ໂປ່ງໃສ່ ຊຶ່ງຈະເປັນກໍາລັງແຮງໃນການດຶງດູດການລົງທຶນໃນຂົງເຂດດັ່ງກ່າວ.

ນອກຈາກນີ້, ຍັງຕ້ອງສຸມໃສ່ການສະໜັບສະໜູນເຂົ້າໃນຂະແໜງກະສິກໍາ ເພື່ອຫັນປ່ຽນຈາກການຜະລິດຂະໜາດນ້ອຍ, ກະແຈກກະຈາຍ ໄປສູ່ການຜະລິດທີ່ມີຜະລິດຕະພັນກະສິກໍາຂະໜາດໃຫຍ່ທີ່ມີຈຸດສຸມ ພ້ອມທັງຮັບປະກັນຄວາມປອດໄພທາງດ້ານສະບຽງອາຫານ ໃຫ້ເປັນການສ້າງພື້ນຖານກ້າວເຂົ້າໄປສູ່ການຜະລິດສິນຄ້າກະສິກໍາ ເພື່ອການສົ່ງອອກ, ເອົາໃຈໃສ່ສະໜັບສະໜຸນການສ້າງມູນຄ່າເພີ່ມເຂົ້າໃນແຕ່ລະຕ້ອງໂສ້ການຜະລິດ ດ້ວຍການສົ່ງເສີມກົນໄກການປະສານງານລະຫວ່າງຜູ້ຜະລິດ, ພາກລັດ ແລະ ຜູ້ປະກອບການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສືບຕໍ່ສ້າງພື້ນຖານການຜະລິດກະສິກໍາສີຂຽວ ທີ່ເປັນມິດກັບສິ່ງແວດລ້ອມ.

ຕິດພັນກັບການພັດທະນາດ້ານການຜະລິດ, ຕ້ອງໄດ້ເອົາໃຈໃສ່ສະໜັບສະໜູນການພັດທະນາຊົນນະບົດ ໄປຄຽງຄູ່ກັນ, ຕ້ອງສຸມການຊ່ວຍເຫຼືອເຂົ້າໃນໂຄງລ່າງພື້ນຖານເປັນຕົ້ນຕໍ ເພື່ອຮັບປະກັນໃຫ້ຕອບສະໜອງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ກໍ່ຄືການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຜະລິດຂອງເຂົາເຈົ້າ ແລະເສີມຂະຫຍາຍການສ້າງທັກສະ, ວິຊາອາຊີບ ແລະສົ່ງເສີມການສ້າງກຸ່ມຜູ້ຜະລິດສິນຄ້າທ້ອງຖິ່ນ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະທ້ອງຖິ່ນ ໃຫ້ຮັດແຄບລົງ. ການສ້າງມາດຕະຖານໃນການຜະລິດ ເພື່ອຮັບມືກັບການແຂ່ງຂັນ ທີ່ບໍ່ມີສິດທິພິເສດນັ້ນ ​ຄຸນນະພາບຂອງສິນຄ້າ, ການບໍລິການ ແລະຄວາມສາມາດໃນການຜະລິດ ຈຶ່ງເປັນເປົ້າໝາຍຫຼັກ; ການຮ່ວມມືຕ້ອງໄດ້ສຸມໃສ່ການສ້າງຕະຫຼາດໃຫ້ເຂັ້ມແຂງ, ສົ່ງເສີມການສ້າງນະວັດຕະກຳໃນການຜະລິດ ແລະການບໍລິການ, ຍົກລະດັບມາດຕະຖານການຜະລິດໃຫ້ທັນສະໃໝ ແລະການພັດທະນາບຸກຄະລະກອນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕະຫຼາດແຮງງານ ໃຫ້ມີ ຄຸນນະພາບ ແລະພຽງພໍ.

ເພື່ອຮອງຮັບ ແລະສົ່ງເສີມການຂະຫຍາຍການຜະລິດສິນຄ້າຕ່າງໆນັ້ນ ວຽກງານການຄ້າ ແມ່ນມີບົດສໍາຄັນ ໃນການເປີດກ້ວາງຕະຫຼາດ ຂອງ ສປປ ລາວ ອອກສູ່ສາກົນ ແລະເຊື່ອມສານກັບກົນໄກ ແລະມາດຕະຖານ ໃນການດໍາເນີນນໍາເຂົ້າ ແລະສົ່ງອອກສິນຄ້າ ໃຫ້ມີຄວາມສະດວກ ຊຶ່ງການປັບປຸງກົນໄກ ແລະນະໂຍບາຍຕ່າງໆ ໃຫ້ມີຄວາມສອດຄອງ ໄປຄຽງຄູ່ກັບການສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານ ໃນວຽກງານການຄຸ້ມຄອງ ແລະບໍລິການທາງດ້ານການຄ້າ ໃຫ້ແກ່ທຸກຂັ້ນ ພ້ອມທັງສົ່ງເສີມວຽກງານການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະຊອກຫາຕະຫຼາດ ແລະຄູ່ສັນຍາທາງດ້ານການຄ້າໃຫ້ ກ້ວາງຂວາງ. ນອກຈາກນັ້ນ, ການປັບປຸງລະບຽບຫຼັກການ ເພື່ອສົ່ງເສີມການບໍລິການ ໃນຂະແໜງການຂົນສົ່ງ, ພະລັງງານ, ນໍ້າ ແລະໂທລະຄົມມະນາຄົມ ເພື່ອເອື້ອອໍານວຍ, ດືງດູດ ແລະ ສ້າງຄວາມໝັ້ນໃຈ ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ລົງທຶນ    ໃນຂະແໜງການຕ່າງໆ.

ພ້ອມດຽວກັນນັ້ນ, ຕ້ອງໄດ້ລະດົມທຶນ ຊກພ ເຂົ້າໃນຂະແໜງການທ່ອງທ່ຽວ ເຊິ່ງເປັນທ່າແຮງ ແລະເປັນເອກະລັກ ຂອງ ສປປ ລາວ ໂດຍເນັ້ນໃສ່ພັດທະນາການທ່ອງທ່ຽວແບບອະນຸລັກທໍາມະຊາດ ແລະ ວັດທະນະທໍາ ເຊິ່ງຕ້ອງໄດ້ສົ່ງເສີມການສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ, ການບໍລິການທີ່ໄດ້ມາດຕະຖານ ແລະການເຊື່ອມສານຂະແໜງການທີ່ປິ່ນອ້ອມ ເພື່ອໃຫ້ຂະແໜງການທ່ອງທ່ຽວມີການພັດທະນາແບບຄົບວົງຈອນ ແລະ ຢືນຢົງ, ສ້າງເງື່ອນໄຂການທ່ອງທ່ຽວ ທີ່ເຊື່ອມໂຍງກັບພາກພື້ນ ແລະສາກົນ. ວຽກງານການທ່ອງທ່ຽວຕິດພັນກັບຫຼາຍຂະແໜງການ ເປັນຕົ້ນແມ່ນ ການບໍລິການ ແລະການຄ້າ, ການພັດທະນາຜະລິດຕະພັນ ແລະພື້ນຖານໂຄງລ່າງຄົມມະນາຄົມ. ເຊິ່ງຂະແໜງການເຫຼົ່ານີ້ຕ້ອງພັດທະນາໄປພ້ອມໆກັນຈຶ່ງຈະມີຄວາມຍືນຍົງ. ດັ່ງນັ້ນ, ການຮ່ວມມືຈຶ່ງຕ້ອງມີວິໄສທັດກ້ວາງໄກ ໂດຍດຶງເອົາຂໍ້ໄດ້ປຽບຂອງສະຖານທີ່ທ່ອງທ່ຽວມາເປັນຈຸດສຸມຂອງການພັດທະນາຮອບດ້ານ.

ໃນຂະແໜງພະລັງງານ ບໍ່ວ່າຈະເປັນພະລັງງານທໍາມະຊາດ ແລະການນໍາໃຊ້ພະລັງງານທົດແທນເນື່ອງຈາກວ່າ ຖືວ່າເປັນຂົງເຂດທີ່ ສປປ ລາວ ມີທ່າແຮງຫຼາຍທາງດ້ານການຜະລິດກະແສໄຟຟ້າ ໂດຍນໍ້າໃຊ້ພະລັງງານນໍ້າ ເຊິ່ງຖືວ່າເປັນພະລັງງານສະອາດ. ແຕ່ເນື່ອງຈາກ, ການສ້າງເຂື່ອນມີຂໍ້ຈຳກັດຫຼາຍທາງດ້ານງົບປະມານ, ສິ່ງແວດລ້ອມ ແລະສັງຄົມ, ການພັດທະນາພະລັງງານທົດແທນທີ່ສະອາດອື່ນໆ ກໍ່ເປັນເປົ້າໝາຍຫຼັກເຊັ່ນກັນ ເຊິ່ງ ສປປ ລາວ ຍັງຕ້ອງການເທັກໂນໂລຍີ ແລະຄວາມຊຳນິຊຳນານໃນການພັດທະນາຂະແໜງພະລັງງານທົດແທນນີ້. ໂດຍສະເພາະ ການຜະລິດພະລັງງານ ທີ່ນຳໃຊ້ຊັບພະຍາກອນທີ່ບໍ່ສາມາດທົດແທນໄດ້ ແລະໃກ້ຈະໝົດນັ້ນ ຈະຕ້ອງຫຼຸດຜ່ອນການຂຸດຄົ້ນທີ່ບໍ່ໄດ້ຮັບຜົນຕອບແທນທີ່ສູງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ. ເຊິ່ງແນ່ນອນວ່າການຮ່ວມມືວຽກງານເຫຼົ່ານີ້ຈະແມ່ນການແລກປ່ຽນທາງຄວາມຮູ້ ແລະເທັກນິກວິຊາການຕ່າງໆ ຈາກຄູ່ຮ່ວມພັດທະນາ ທີ່ມີຄວາມຊຳນິຊຳນານ ເພື່ອຫັນປ່ຽນຕາມທິດສີຂຽວ ແລະໃຫ້ມີຄວາມຍຶນຍົງ.

ຄວາມຕ້ອງທຶນ ຊກພ ຈຶ່ງເນັ້ນໃສ່ການຮ່ວມມື ເພື່ອແບ່ງປັນຄວາມຮູ້ ແລະເຕັກໂນໂລຊີ ຈາກຕ່າງປະເທດ ເພື່ອພັດທະນາພະລັງງານທົດແທນ ແລະ ໃຫ້ສາມາດຄອບຄຸມທົ່ວປະເທດ ທັງນີ້ກໍ່ເພື່ອສ້າງໃຫ້ ຂະແໜງພະລັງງານ ແລະບໍ່ແຮ່ ມີຄວາມຍືນຍົງ ແລະສາມາດຍຶດຖືເປັນ ຂະແໜງການຫຼັກໃນການພັດທະນາຂອງປະເທດໃນຕໍ່ໜ້າ.

ສະນັ້ນ, ການພັດທະນາ ຂອງບັນດາຂະແໜງການທີ່ເປັນປັດໃຈຊຸກຍູ້ເສດຖະກິດ ໃຫ້ຂະຫຍາຍຕົວຢ່າງແຂງແຮງແລະໝັ້ນທ່ຽງ ແມ່ນມີຄວາມຕ້ອງການ ໃນການພັດທະນາວິທະຍາສາດ ແລະເຕັກໂນໂລຊີ ໃຫ້ກາຍເປັນກໍາລັງຂັບເຄື່ອນທີ່ສໍາຄັນໃນການຊຸກຍູ້ ແລະສ້າງສັນນະວັດຕະກໍາຕ່າງໆ ທີ່ຕິດພັນກັບການຫັນເປັນອຸດສາຫະກໍາ ແລະທັນສະໄໝ ແລະການພັດທະນາຕາມທິດ ເສດຖະກິດສັງຄົມພູມປັນຍາ.

3.4.2 ແຜນງານດ້ານສັງຄົມ:

ເພື່ອຮັບປະກັນດ້ານການສຶກສາ, ສາທາລະນະສຸກ ແລະ ວັດທະນາທໍາ ທີ່ເປັນພື້ນຖານໃຫ້ແກ່ການພັດທະນາຊັບພະຍາກອນມະນຸດເຊີ່ງໃນໄລຍະນີ້, ການຂົນຂວາຍທຶນ ຊກພ ແມ່ນເພື່ອເລັ່ງໃສ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍສະຫັດສະຫວັດດ້ານການພັດທະນາທີ່ຍັງບໍ່ທັນບັນລຸໄດ້ ເພື່ອເຊື່ອມສານເຂົ້າກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ເປັນຕົ້ນແມ່ນສຸມການຊ່ວຍເຫຼືອເຂົ້າໃນພາກສາມັນສຶກສາ ແລະການເຂົ້າເຖິງການບໍລິການສາທາລະນະສຸກທີ່ທົ່ວເຖິງ.

ດ້ານການສຶກສາ: ທີ່ຍັງບໍ່ສາມາດບັນລຸເປົ້າໝາຍ ໂດຍສະເພາະອັດຕາລອດເຫຼືອ ແລະບໍ່ຈົບຊັ້ນປະຖົມ ຍັງມີຄວາມຕ້ອງການທຶນໃນການບັນລຸເປົ້າໝາຍ ເຊິ່ງຈະສຸມໃສ່ ການປັບປຸງຄຸນນະພາບສາມັນສຶກສາຂັ້ນພື້ນຖານ, ພື້ນຖານໂຄງລ່າງ ຈົນເຖິງການສຶກສາຂັ້ນສູງ ລວມທັງການປັບປຸງຫຼັກສູດການຮຽນການສອນ ທີ່ລວມເອົາຂະແໜງວິທະຍາສາດ ແລະເຕັກໂນໂລຊີ ໃຫ້ມີຄວາມເຂັ້ມແຂງ, ແທດເໝາະກັບສະພາບຄວາມເປັນຈິງ ໃຫ້ໄດ້ໃນຂອບເຂດທົ່ວປະເທດ, ສືບຕໍ່ພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ທັງປະລິມານ ແລະຄຸນນະພາບ ສໍາລັບທຸກຄົນຢ່າງເທົ່າທຽມກັນ ເພື່ອເປັນກໍາລັງແຮງທາງດ້ານສະຕິປັນຍາ ລວມທັງວຽກງານຝຶກອົບຮົມວິຊາຊີບ ຍັງສຸມໃສ່ການເສີມສ້າງຂີດຄວາມສາມາດ, ເຕັກນິກວິຊາການ ແລະຫຼັກສູດການຮຽນການສອນຈາກຊ່ຽວຊານທັງພາຍໃນ ແລະຕ່າງປະເທດ ໃນການລົງເຮັດວຽກຕົວຈິງ ເພື່ອຮັບປະກັນ ໃນການປະກອບອາຊີບຂອງຊາວໜຸ່ມທີ່ຮຽນຈົບ ແລະສົ່ງເສີມໃສ່ການຝຶກອົບຮົມວິຊາຊີບ ໃຫ້ຜູ້ທີ່ອອກຈາກໂຮງຮຽນ. ພ້ອມທັງການຈັດສັນທຶນການສຶກສາ ໃຫ້ມີປະສິດທິພາບ ແລະພຽງພໍ ເພື່ອສົ່ງເສີມຜູ້ທີ່ດ້ອຍໂອກາດ ໃຫ້ໄດ້ຮັບການສຶກສາໃນທຸກສາຂາ ແລະວິຊາຊິບ ໃນທົ່ວເຖິງ.

ດ້ານສາທາລະນະສຸກ: ແມ່ນໜ້າວຽກທີ່ສໍາຄັນທີ່ຕ້ອງການພັດທະນາບັນດາວຽກງານ ທີ່ປີ່ນອ້ອມ ເຊັ່ນ:ສຸຂະພາບ, ສຸຂະອະນາໄມ, ໂພຊະນາການ,  ກາຍະພາບ ແລະສຸຂະພາບຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນສຸມໃສ່ຜູ້ດ້ອຍໂອກາດ, ເດັກນ້ອຍ ແລະ ແມ່ຍິງໄວຈະເລີນພັນ ໃຫ້ໄດ້ຮັບໂພຊະນາການທີ່ຄົບຖ້ວນ ເຊິ່ງຈະເປັນຕົວຊີ້ວັດອັນໜຶ່ງໃນການບັນລຸເປົ້າ   ໝາຍການພັດທະນາແບບຍືນຍົງ ແນໃສ່ການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະເດັກນ້ອຍ ຍ້ອນຂາດສານອາຫານ. ນອກຈາກນີ້ ຕ້ອງສຸມໃສ່ການກໍ່ສ້າງໂຄງລ່າງໃຫ້ຮັບປະກັນຄວາມແໜ້ນໜາພຽງພໍ ແລະບໍາລຸງຍົກລະດັບພະນັກງານສາທາລະນະສຸກທາງດ້ານຈັນຍາບັນ ແລະວິຊາການໃຫ້ສູງຂຶ້ນ ເພື່ອຕອບສະໜອງ ໃນການບໍລິການດ້ານສຸກຂະພາບໃຫ້ມີປະສິດທິພາບ ແລະທົ່ວເຖິງ ໃນນັ້ນ ລວມທັງອຸປະກອນເຄື່ອງມືທາງດ້ານການແພດ, ບຸກຄະລາກອນ ແລະເຕັກໂນໂລຊີ ທີ່     ເໝາະສົມ ເພື່ອເອື້ອອຳນວຍຕໍ່ການປະຕິບັດໜ້າທີ່ຂອງແພດ. ​ນອກ​ຈາກ​ນີ້, ຕ້ອງ​ເລັ່ງ​ໃສ່ປັບ​ປຸງ​ ແລະຂະຫຍາຍການ​ປະ​ກັນສຸຂະພາບແຫ່ງຊາດ​ ໃຫ້ປະ​ຊາ​ຊົນໄດ້ຮັບການບໍລິການຂອງລັດຖະບານ ໃຫ້ຄອບຄຸມຫຼາຍຂື້ນ, ເນັ້ນໜັກໃຫ້ທຸກຄົນໄດ້ຮັບການບໍລິການດ້ານສຸຂະພາບ ແລະການແພດ ແບບຄົບຊຸດທີ່ມີຄຸນນະພາບ ແລະປາດສະຈາກການແບກຫາບທາງດ້ານການເງິນ. ນອກຈາກນີ້ ການຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກມົນລະພິດ, ການປົນເປື້ອນສານຜິດຂອງອາຫານ ກໍ່ຍັງຢູ່ໃນເປົ້າໝາຍຂອງການດຶງດູດການຊ່ວຍເຫຼືອ ແລະ ການລົງທຶນ ເພື່ອປັບປຸງສະພາບແວດລ້ອມທີ່ສະອາດ ແລະຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້້ນກວ່າເກົ່າ.

ເພື່ອໃຫ້ບັນລຸໄດ້ຄາດໝາຍໃນການຊຸກຍູ້ການບໍລິການທາງສັງຄົມ, ສປປ ລາວ ຕ້ອງໄດ້ສຸມໃສ່ ການຮ່ວມມື  ແລະ ເຫັນໄດ້ຄວາມສຳຄັນຂອງການພັດທະນາຂະແໜງການສາທາລະນະສຸກ ເພື່ອ​​ເພີ່ມ​ທະ​ວີ​ການລະ​ດົມ​ທຶນ​ ເພື່ອ​ສະ​ໜອງ​ເຂົ້າໃນ​ການ​ພັດ​ທະ​ນາ​ພື້ນ​ຖານໂຄງລ່າງການຂະຫຍາຍຕາໜ່າງສາທາລະນະສຸກ ເປັນຕົ້ນແມ່ນ: ສ້າງ​ໂຮງ​ໝໍ, ​ໂຮງ​ຮຽນ ໄປຕາມ​ເຂດ​ບູ​ລິ​ມະ​ສິດ ແລະສ້າງບຸກຄະ​ລາ​ກອນ​ລຸ້ນ​ໃໝ່ໃຫ້​ພຽງ​ພໍ, ແຈກຢາຍພະນັກງານແພດໝໍ ໃຫ້ທົ່ວເຖິງໃນເຂດຕົວເມືອງ ແລະຊົນນະບົດຫ່າງໄກສອກຫຼີກ ເພື່ອເປັນຕົວຊຸກຍູ້ໃນການຮັບປະກັນການບໍລິການປະຊາຊົນໃຫ້ເຂັ້ມແຂງ ແລະມີຄຸນນະພາບ ໂດຍ​ການ​ເພີ່ມ​ຄວາມ​ເປັນ​ເຈົ້າ​ການ, ການ​ປະ​ສານ​ງານ, ​ສ້າງຄວາມ​ສອດ​ຄ່ອງ​ດ້ານ​ເງື່ອນ​ໄຂ​ຕ່າງໆ, ສ້າງ​ລະ​ບົບຕິດ​ຕາມ, ກວດ​ກາ ແລະປະເມີນ ພະນັກງານ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ແຜນ​ງານ ແລະໂຄງ​ການໃຫ້​ຮັດ​ກຸມ ເພື່ອ​ຊຸກຍູ້​ການ​ນຳ​ໃຊ້​ທຶນ ຊກພ ໃຫ້​ມີ​ປະ​ສິດ​ທິ​ຜົນສູງ​ສຸດ. ຄວາມຕ້ອງການທີ່​ກ່າວ​ມາທັງ​ໝົດ​ນັ້ນ ແມ່ນ​ສິ່ງ​​ທ້າຍ​ທີ່​ຕ້ອງ​ສຸມ​ໃສ່​ການ​ລະ​ດົມ​ທຶນ ຊກພ ​ເພື່ອຈະ​ບັນ​ລຸ​ຄາດ​​ໝາຍ​​ໃຫ້ມີປະສິດຜົນ.

 

3.4.3 ແຜນງານດ້ານສິ່ງແວດລ້ອມ

ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງານດ້ານສິ່ງແວດລ້ອມ ໃຫ້ມີຄວາມຢືນຍົງ ແລະ ສອດຄ່ອງກັບວິໄສທັດ 2030, ການລະດົມທຶນ ຊກພ ຕ້ອງໄດ້ສຸມການສະໜັບສະໜູນເຂົ້າໃນວຽກງານສົ່ງເສີມການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ທໍາມະຊາດໃຫ້ມີຄວາມຢືນຍົງ ແລະ ທິດສີຂຽວ, ສະໜັບສະໜູນການພັດທະນາກົນໄກຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດ, ສົ່ງເສີມວຽກງານການຄຸ້ມຄອງ, ກວດກາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ,ສົ່ງເສີມວຽກງານພັດທະນາ ແລະ ນໍາໃຊ້ພະລັງງານທົດແທນ ແລະ ອຸດສາຫະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມ ໂດຍການນໍາໃຊ້ວິທະຍາສາດ ແລະເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໃຫ້ຫຼາຍຂື້ນ ເພື່ອສົ່ງເສີມນໍາໃຊ້ຊັບພະຍາ ກອນ ໃຫ້ມີປະສິດທິຜົນ ແລະ ຢືນຍົງ.

ການຊ່ວຍເຫຼືອທາງການເພື່ອການພັດທະນາ ສໍາລັບວຽກງານດ້ານສິ່ງແວດລ້ອມໃນປະຈຸບັນ ແມ່ນເລັ່ງໃສ່ການພັດທະນາແບບຍືນຍົງ ແລະເຕັກໂນໂລຊີສີຂຽວ ຊຶ່ງເຊື່ອມສານການສ້າງນະໂຍບາຍ ແລະແຜນງານຂອງແຕ່ລະຂະແໜງການ ໃຫ້ມີຄວາມສອດຄ່ອງກັບທິດທາງການເຕີບໂຕສີຂຽວ ແລະສ້າງຄວາມເຂັັ້ມແຂງ ໃນການປັບໂຕເຂົ້າກັບການປ່ຽນແປງດີນຟ້າອາກາດ ແລະການກະກຽມຄວາມພ້ອມ ໃນການຮັບມື ແລະຝືນຟູ ຫຼັງເກີດໄພພິບັດ. ເພື່ອຍາດແຍ່ງການຊ່ວຍເຫຼືອ ເຂົ້າໃນ ວຽກງານດັ່ງກ່າວ ທຸກຂະແໜງການຕ້ອງຖືເອົາວຽກງານນີ້ເປັນໃຈກາງ ໃນການກໍານົດທິດທາງ ແລະປຶກສາຫາລືຮ່ວມກັບ ຜູ້ໃຫ້ທຶນ ເພື່ອໃຫ້ມີຄວາມເປັນເອກະພາບ ໃນການບັນຈຸວຽກງານສິ່ງແວດລ້ອມນີ້ ເຂົ້າເປັນອົງປະກອບໜື່ງໃນການພັດທະນາ ຂອງຂະແໜງການຕ່າງໆ ເຊັ່ນ: ໃນວຽກງານຂົງເຂດວຽກງານເສດຖະກິດ ຕົວຢ່າງ: ວຽກງານກະສິກຳ ບັນດາຄູ່ຮ່ວມພັດທະນາ ແລະຂະແໜງການ ຄວນຮ່ວມມືກັນ ໃນການລະດົມທຶນ ເພື່ອຈັດຕັ້ງປະຕິບັດແຜນງານການຜະລິດທີ່ເປັນມິດຕໍ່ສິ່ງແວດ, ການຄຸ້ມຄອງທີ່ດິນ, ແຫຼ່ງນໍ້າ ແລະຊີວະນານາພັນ, ການຊຸກຍູ້ການຜະລິດ ທີ່ຕ້ອງໄດ້ປັບຕົວໃຫ້ຮອງຮັບການປ່ຽນແປງດີນຟ້າອາກາດ ແລະອື່ນໆ; ໃນຂົງເຂດວຽກງານສັງຄົມ ເຊັ່ນ: ວຽກງານສາທາລະນະສຸກ ກໍ່ເຊັ່ນດຽວກັນ ການລະດົມທຶນເພື່ອກະກຽມຄວາມພ້ອມ ໃນການຕອບໂຕ້ ແລະການເຝົ້າລະວັງການລະບາດຂອງພະຍາດ ທີ່ເກີດຂື້ນຈາກການປ່ຽນແປງດີນຟ້າອາກາດ ແລະໄພພິບັດ ກໍ່ແມ່ນໜຶ່ງໃນຕົວຢ່າງ ທີ່ຂະແໜງການ ແລະຄູ່ຮ່ວມພັດທະນາຄວນຖືເປັນສໍາຄັນ;

 

ສໍາລັບການຈັດຕັ້ງປະຕິບັດ 3 ແຜນງານບຸລິມະສິດທີ່ກ່າວມານັ້ນ ໃຫ້ປະກົດຜົນເປັນຈິງ ໄດ້ມີການກໍານົດ ບັນດາແຜນງານ ທີ່ຕ້ອງການພັດທະນາ ຮອດປີ 2030 ໂດຍໄດ້ແບ່ງອອກເປັນ 3 ໄລຍະ ໃນການຈັດຕັ້ງປະຕິບັດເຊັ່ນ: ໄລຍະ 1: ຍຸດທະສາດ ຊກພ ໃນໄລຍະກ່ອນຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາ LDC (2019-2021); ໄລຍະ  2: ຍຸດທະສາດ ຊກພ ໃນໄລຍະຮັບປະກັນ ການອອກຈາກປະເທດດ້ອຍພັດທະນາຢ່າງຖາວອນ (2022-2024) ແລະ ໄລຍະ 3: ຍຸດທະສາດ ຊກພ ໃນໄລຍະການກະກຽມຄວາມພ້ອມ ໃຫ້ ສປປ ລາວ ບັນລຸລາຍຮັບປານກາງສູງ (2025-2030); ຊຶ່ງແຜນງານບຸລິມະສິດລະອຽດ ແມ່ນໄດ້ສັງລວມຢູ່ໃນເອກະສານຊ້ອນທ້າຍຂອງຍຸດທະສາດສະບັບນີ້.

 

  1. 4. ມາດຕະການໃນການຈັດຕັ້ງປະຕິບັດ

 

ເພື່ອເຮັດໃຫ້ 3 ແຜນງານບຸລິມະສິດ ໃນການລະດົມທຶນ ໄດ້ຮັບການຈັດຕັ້ງຢ່າງມີໝາກຜົນ. ລັດຖະບານ, ຄູ່ຮ່ວມ ພັດທະນາ ແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈະຕ້ອງມີການກໍານົດມາດຕະການລວມ ແລະມາດຕະການສະເພາະ ຊຶ່ງໃນນີ້:

ມາດຕະການລວມ:

  1. ກົນໄກໃນການປຶກສາຫາລື ແລະລະດົມທຶນ ຊກພ ຢ່າງມີປະສິດທິຜົນ (ຂະບວນການໂຕະມົນ, ແຜນດໍາເນີນງານຖະແຫຼງ ການວຽງຈັນກ່ຽວກັບການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ),
  2. ເພື່ອເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງກົນໄກການຄຸ້ມຄອງ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຕາມທິດ 3 ສ້າງ ຄວນໄດ້ຮັບການສົ່ງເສີມ ພ້ອມທັງຮັບປະກັນການຍົກສູງປະສິດທິພາບຂອງອົງການນິຕິບັນ ຍັດ ແລະ ອົງການຕຸລາການ;
  3. ສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດ,​ ການຄຸ້ມຄອງ ແລະ ການຕິດຕາມ ແລະ ປະເມີນຜົນ ທຶນ ຊກພ ໂດຍການສ້າງນິຕິກໍາ ແລະລະບຽບ ໃນການຄຸ້ມຄອງ ແລະ ບໍລິຫານໂຄງການ (ຄູ່ມືໃນການຕິດຕາມ ແລະປະເມີນຜົນ, ຄູ່ມືມາດຕະຖານການຄຸ້ມຄອງໂຄງການ ຊກພ, ລະບົບຄຸ້ມຄອງຖານຂໍ້ມູນທຶນ ຊກພ),
  4. ຕ້ອງມີຊັບພະຍາກອນມະນຸດ ທີ່ພຽງພໍ ແລະ ເຂັ້ມແຂງທາງດ້ານເຕັກນິກ-ວິຊາການ ໃນແຕ່ລະຂະແໜງການ;
  5. ການສົ່ງເສີມວຽກງານຄົ້ນຄ້ວາວິໄຈ ແລະສ້າງຄວາມອາດສາມາດທາງການດ້ານເຕັກນິກ-ວິຊາການ ທີ່ປິ່ນອ້ອມໃນຂົງເຂດຕ່າງໆ ເພື່ອຮັບປະກັນການພັດທະນາທີ່ຍືນຍົງ ແລະ ເປັນເຈົ້າການ, ສ້າງປະຖົມປັດໃຈ ໃຫ້ແກ່ການພັດທະນາໃນໄລຍະຕໍ່ໄປ.

 

ມາດຕະການສະເພາະ:

  1. ສຸມການຊ່ວຍເຫລືອ ເຂົ້າໃສ່ການພັດທະນາທາງດ້ານສັງຄົມ ທີ່ຍັງບໍ່ທັນບັນລຸເປົ້າຫມາຍສະຫັດສະຫວັດ (MDGs) ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs);
  2. ທົບທວນ ແລະຈັດລຽງບຸລິມະສິດ ເປັນອັນລະອຽດ ແລະຜັນຂະຫຍາຍເປັນແຜນງານ ແລະ ໂຄງການ ທີ່ຊຸກຍູ້ເກາະ ກ່າຍ ຊຶ່ງກັນແລະກັນ ເພື່ອຮັບປະກັນໃຫ້ມີການລະດົມທຶນທີ່ພຽງພໍ;
  3. ສ້າງຄວາມຮັບຮູ້ ແລະເຂົ້າໃຈ ຢ່າງເປັນເອກະພາບ ໃນການເຜີຍແຜ່ ແລະນໍາໃຊ້ຍຸດທະສາດການລະດົມທຶນນີ້ ຢ່າງມີປະສິດທິຜົນ ໃຫ້ແກ່ບັນດາກະຊວງຂະແໜງການ, ທ້ອງຖິ່ນ ແລະບັນດາຄູ່ຮ່ວມພັດທະນາ;
  4. ຕ້ອງຮັບຮອງ, ອອກດໍາລັດ, ຂໍ້ຕົກລົງ ແລະນິຕິກໍາຕ່າງໆ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດຍຸດທະສາດການລະດົມທຶນຊ່ວຍເຫລືອເພື່ອການພັດທະນາ 2030;
  5. ບັນດາກະຊວງ/ຂະແຫນງການກ່ຽວຂ້ອງ ຕ້ອງໄດ້ມີການປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ເພື່ອປັບປຸງຍຸດທະສາດ ແລະແຜນການ ຂອງຂະແຫນງການຂອງຕົນ ເພື່ອເຊື່ອມສານ ແລະ ສອດຄ່ອງເຂົ້າໃນຍຸດທະສາດ ຊກພ;
  6. ທຸກພາກສ່ວນ/ຂະແຫນງການ ຈະຕ້ອງເປັນເຈົ້າການຈັດຕັ້ງປະຕິບັັດຍຸດທະສາດການລະດົມທຶນຊ່ວຍເຫລືອເພື່ອການພັດທະນາທີ່ຕົນຮັບຜິດຊອບ, ມີພັນທະປະກອບສ່ວນ ແລະ ປະສານງານຢ່າງກົມກຽວໜັກແໜ້ນ, ແບ່ງຄວາມຮັບຜິດ ຊອບຂອງແຕ່ລະພາກສ່ວນຢ່າງຈະແຈ້ງ;
  7. ສ້າງຄວາມເຂັ້ມແຂງໃຫ້ສະຖາບັນທີ່ກ່ຽວຂ້ອງໃນວຽກງານລະດົມທຶນ, ຈັດຕັ້ງປະຕິບັດ, ຕິດຕາມ, ກວດກາ ແລະ ປະເມີນຜົນ ຊກພ;
  8. ນໍາໃຊ້ກົນໄກການລະດົມທຶນທີ່ມີ ໃຫ້ມີປະສິດທິພາບ ໂດຍເນັ້ນໃຫ້ມີຫຼາຍພາກສ່ວນ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະປະເມີນຜົນເປັນປົກກະຕິ;
  9. ສືບຕໍ່ສ້າງຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງຊັບພະຍາກອນມະນຸດ, ການພັດທະນາຂະແໜງການສາທາລະນະສຸກ, ການຜະລິດເປັນສິນຄ້າ ເພື່ອໃຫ້ມີພື້ນຖານໂຄງລ່າງທາງສັງຄົມທີ່ເຂັ້ມແຂງ;
  10. ຕ້ອງມີການປຶກສາຫາລືກັບຜູ້ໃຫ້ທຶນ ໃນລະດັບ ວິຊາການ ແລະ ຜູ້ບໍລິຫານ ເພື່ອໃຫ້ການເຊື່ອມໂຍງວຽກງານການຮ່ວມມືໃນຂອບຕ່າງໆໄປໃນທິດທາງດຽວກັນ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນ
  11. ຕ້ອງມີການເຜີຍແຜ່ຜົນຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ເພື່ອໃຫ້ມີການຕິດຕາມຜົນ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງສຸດ.

 

 

 

 

 

 

 

ບັນດາແຜນງານ ບູລິມະສິດ ແລະ ຄູ່ຮ່ວມພັດທະນາ

 

ແຜນງານບຸລະມະສິດ ໄລຍະ 1: ຍຸດທະສາດ ຊກພ ໃນໄລຍະກ່ອນຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາ LDC (2019-2021) ຄູ່ຮ່ວມພັດທະນາ
ສັງຄົມ 1. ປັບປຸງດ້ານໂພຊະນາການ WFP, USA, EU, UNICEF, IFAD, WB, ADB, FAO
2.  ປັບປຸງ ແລະຍົກລະດັບບຸກຄະລາກອນການແພດ LUX, KOREA, ADB, WB, UNFPA, JAPAN, FRANCE, UNCEF, WHO
3. ປັງປຸງ ແລະພັດທະນາ ວຽກງານການບໍລິການ ຂອງຂະ  ແໜງການຕ່າງໆ ໃຫ້ໄດ້ມາດຕະຖານສາກົນ UNDP, SDC, UNCDF, ADB, WB
4. ພັດທະນາລະບົບສາທາລະນະສຸກ LUX, KOREA, ADB, WB, UNFPA, JAPAN, FRANCE, UNCEF, WHO, GF, GAVI
5. ປັບປຸງແຜນການ ແລະການສະໜອງອຸປະກອນການ ແພດໃຫ້ພຽງພໍ ແລະແທດເໝາະກັບຄວາມຕ້ອງການຕົວຈິງ LUX, KOREA, ADB, WB, UNFPA, JAPAN, FRANCE, UNCEF, WHO, AUSTRIA
6. ປັບປຸງຄຸນນະພາບການຮຽນການສອນ ໃຫ້ແທດເໝາະກັບສະພາບຂອງການພັດທະນາຕົວຈິງ ADB, UNICEF, KOREA, ILO
7. ປັບປຸງແຜນງານການສຶກສາຂັ້ນພື້ນຖານທົ່ວປະເທດ JAPAN, UNICEF, EU
8. ພັດທະນາ ແລະຝຶກອົບຮົມວິຊາຊີບ ແລະສີມືແຮງງານ  ADB, GERMANY, SWISS, KOREA, ILO, IOM, JAPAN

 

 

 

 

 

 

 

 

 

 

 

 

 

ເສດຖະກິດ

1. ຂະຫຍາຍຕາຄ່າຍໄຟຟ້າ ໃຫ້ທົ່ວເຖິງທຸກຂົງເຂດ ໃນທົ່ວປະເທດ ADB, INDIA, JAPAN, FRANCE, WB
2. ປັບປຸງພື້ນຖານໂຄງລ່າງ, ເສັ້ນທາງຫຼວງແຫ່ງຊາດ ແລະທາງລົດໄຟ ADB, JAPAN, GERMANY, THAI, WB
3. ແຜນງານສ້າງຄວາມເຂັ້ມແຂງຂະແໜງການເງິນຂອງລັດເພື່ອເປັນແຫຼ່ງທຶນໃນການພັດທະນາໃນໄລຍະຍາວ ADB, WB, KOREA, EU
– ການຄຸ້ມຄອງໜີ້ສິນ
– ການຄຸ້ມຄອງການເກັບພາສີລາຍຮັບພາຍໃນ
4.  ສ້າງອາດສາມາດໃຫ້ພະນັກງານ ໃນຂະແໜງການຕ່າງໆ AUSTRALY, JAPAN, KOREA, THAI, LUX, UNDP, UNICEF, UNFPA, ILO
5. ປັບປຸງແຜນການ ແລະກົນໄກ ໃນການເຂົ້າເຖິງແຫຼ່ງທຶນ WB, AUS, ADB, UNCDF, IFAD, SDC
6. ພັດທະນາ ແລະສ້າງລະບົບການຂົນສົ່ງ ADB, JAPAN, WB, UNCDF
7. ສົ່ງເສີມ ແລະພັດທະນາການທ່ອງທ່ຽວແບບອະນຸລັກທໍາມະຊາດ ADB, GER, NEZ, UNDP, UNESCO
8. ພັດທະນາການທ່ອງທ່ຽວແບບເຊື່ອມໂຍງ ADB, FRA
9. ສົ່ງເສີມການຜະລິດກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ FAO, ADB, KOREA, IFAD, JAPAN, WFP
10. ການເພີ່ມມູນຄ່າສິນຄ້າ ໃນລະບົບຕ່ອງໂສ້ການຜະລິດ SDC, JAPAN, ILO, ADB
11. ສ້າງກຸ່ມ SMEs ເພື່ອສົ່ງເສີມ ແລະພັດທະນາຜະລິດ ຕະພັນທ້ອງຖິ່ນ EU, JAPAN, ADB
12.  ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ, ຫຼຸດຜ່ອນຕົ້ນທຶນດ້ານການຄ້າ ແລະສົ່ງເສີມການເຂົ້າສູ່ຕະຫຼາດ WB, ADB, EU, AUSTRALIA, USA, GERMANY, JAPAN, KEOREA, THAILAND, SWITZERLAND
 

 

 

 

 

 

 

ແຜນງານສິ່ງແວດລ້ອມ

1. ສົ່ງເສີມການອະນຸລັກ ແລະ ປົກປ້ອງສິ່ງແວດລ້ອມແບບຍືນຍົງ UNDP, SDC, UNCDF, ADB, WB
2. ສົ່ງເສີມການປົກປ້ອງຊີວະນານາພັນ JAPAN, Korea, ADB, WB
3. ການປ່ຽນແປງສະພາບດິນຟ້າອາກາດ GEF, EU, Germany, IFAD,
4. ການຄຸ້ມຄອງທີ່ດິນແບບຍືນຍົງ ກອງທຶນອະນຸລັກສິ່ງແວດລ້ອມ(MONRE), WB
5. ການຄຸ້ມຄອງບໍາບັດນໍ້າເປື້ອນ Private sector
6. ການຄຸ້ມຄອງໄພພິບັດ (ປ້ອງກັນ, ເຝົ້າລະວັັງ, ການຟື້ນຟູບູລະນະ ແລະ ການປະເມີນ) UNDP, SDC, UNCDF, ADB, WB
7. ການຟື້ນຟູສະພາບແວດລ້ອມໃຫ້ມີຄວາມຍືນຍົງ (ຟື້ນຟູປ່າໄມ້, ຟື້ນຟູພື້ນທີ່ການຜະລິດ ແລະ ອື່ນໆ) UNDP, SDC, UNCDF, ADB, WB
8. ການປະເມີນ ແລະຕິດຕາມສະພາບແວດລ້ອມແບບຍືນຍົງ UNDP, SDC, UNCDF, ADB, WB
9. ປົກປັກຮັກສາ ແລະນໍາໃຊ້ຊັບພະຍາກອນທໍາມະຊາດ Germany, EU
10. ການຄຸ້ມຄອງແຫຼ່ງນໍ້າ WB, ADB, WB,IFAD, AUS
11. ການຄຸ້ມຄອງທີ່ດິນ UN, GEF, Japan, GER, SDC
12. ການປູກຈິດສໍານຶກດ້ານສິ່ງແວດລ້ອມ, ສ້າງຄວາມເຂັ້ມແຂງດ້ານການປະເມີນ ສີ່ງແວດລ້ອມ GER, Korea, Japan, Thailand, Finland
13. ການເຕີບໂຕສີຂຽວ ທີ່ເຊື່ອມສານເຂົ້າໃນວຽກງານຄຸ້ມຄອງປ່າໄມ້, ບໍ່ແຮ່ (ນິຕິກໍາ), ເສັ້ນທາງ WB,KOICA
14. ສົ່ງເສີມ ແລະສ້າງນິຕິກໍາໃນການນໍາໃຊ້ເຕັກໂນໂລຊີ ສີຂຽວ EU, WB
15. ພັດທະນາຕົວເມືອງ ແລະຮັກສາສີ່ງແວດລ້ອມ ADB, Japan
16. ການປັບຕົວເພື່ອຮອງຮັບການປ່່ຽນແປງດິນຟ້າອາກາດ FRA, WB, ADB, GER
17. ສ້າງຄວາມອາດສາມາດດ້ານສິ່ງແວດລ້ອມ FRA, SCANDI
18. ກອງທຶນປົກປັກຮັກສາສິ່ງແວດລ້ອມ WB
19. ການຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ Germany,ADB, Japan, Korea
20. ການຄຸ້ມຄອງປ່າໄມ້ ແລະ ອ່າງໂຕ່ງນ້ຳ EU, REDD, New Zealand, afd
ແຜນງານປິ່ນອ້ອມ 1. ສະຫນັບສະຫນູນບົດບາດຍິງ-ຊາຍ, ແມ່ ແລະເດັກນ້ອຍ UN
2. ແຮງງານເຄື່ອນຍ້າຍ (ບັນຫາທາງດ້ານສຸຂະພາບ, ພະຍາດລະບາດຕ່າງໆ ແລະ ຜົນກະທົບຈາກມົນລະຜິດ) ILO, IOM, ADB, Korea
3. ການເກັບກູ້ລະເບີດ (UXO) UN, JP, Kr, USA, Lux
4. ການມີສ່ວນຮ່ວມຂອງຊຸມຊົນ GER, LUX
5. ກົນໄກສົ່ງເສີມພາກເອກະຊົນ ແລະສັງຄົມໃນການປົກປັກຮັກສາສິ່ງແວດລ້ອມ EU, SWI
6. ການຄວບຄຸມ ແລະປາບປາມຢາເສບຕິດ UNODC, Japan, Australia, USA
7. ການຄຸ້ມຄອງບໍລິຫານລັດ ທີ່ດີ ແລະ ການນຳໃຊ້ລັດແຫ່ງກົດໝາຍ Lux, Japan, AFD, UN, SDC,

 

 

 

ແຜນງານບຸລະມະສິດ ໄລຍະ  2: ຍຸດທະສາດ ຊກພ ໃນໄລຍະຮັບປະກັນ ການອອກຈາກປະເທດດ້ອຍພັດທະນາຢ່າງຖາວອນ (2022-2024) ຄູ່ຮ່ວມພັດທະນາ
ສັງຄົມ 1.   ຂະຫຍາຍຕາໜ່າງການສຶກສາ ເພື່ອໃຫ້ທຸກຄົນໄດ້ຮັບການສຶກສາຂັ້ນມັດທະຍົມຕົ້ນ ຕາມເປົ້າໝາຍ SDG JAPAN, UNICEF, EU
2. ພັດທະນາສີມືແຮງງງານ ໃຫ້ທຽບເທົ່າສາກົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດແຮງງານ; GERMANY, SWISS, KOREA, ILO, IOM, ADB
3. ພັດທະນາພື້ນຖານໂຄງລ່າງທາງສັງຄົມ ລວມທັງການປົກປ້ອງທາງສັງຄົມ ແລະລະບົບປະກັນສັງຄົມ; UNICEF, ILO, EU, ABD, WB, IFAD
 

 

 

 

 

ເສດຖະກິດ

1. ສົ່ງເສີມໃນການຜະລິດສິນຄ້າ ທີ່ມີມູນຄ່າສູງ ໂດຍການພັດທະນາ SMEs ແລະ FDI ພາຍໃນໃຫ້ມີຄວາມເຂັ້ມແຂງ ແລະຍືນຍົງ ; EU, JAPAN, ADB
2. ສ້າງຄວາມເຂັ້ມແຂງ ໃນການເຂົ້າເຖີງແຫຼ່ງທຶນ ທີ່ທັນສະໄໝ ແລະວ່ອງໄວ; ADB, GER, AUS, FRA, AUSTRIA
3. ສ້າງນິຄົມອຸດສາຫະກຳຄົບວົງຈອນ JAPAN, ILO, IOM, UNIDO
4. ຄົ້ນຄວ້າ ແລະສ້າງນະໂຍບາຍການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ຍືນຍົງ GER, WB, KOREA, GEF
5. ສ້າງຄວາມ​ອາດສາມາດໃນ​ການ​ແຂ່ງ​ຂັນຂອງຜະລິດຕະພັນ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ Germany, EU, ADB, JAPAN
6. ພັດທະນາກົນໄກ ແລະຂັ້ນຕອນໃນການຮັບປະກັນຄຸນນະພາບສິນຄ້າ ADB, JAPAN, UNIDO
7. ສົ່ງເສີມການທ່ອງທ່ຽວ ແບບອະນຸລັກ ທຳມະຊາດ ໃຫ້ມີຄວາມຍືນຍົງ; JAPAN, FRA, GER, ADB, WB, NZ, UNESCO
8. ການຜະລິດກະສິກຳ ອິນຊີ, ສີຂຽວ, ການປູກປ່າທົດແທນ, ຕົ້ນໄມ້ອຸດສາຫະກຳ:

 

– ການປູກປ່າທົດແທນ

– ຕົ້ນໄມ້ອຸດສາຫະກຳ

– ການແປຮູບສິນຄ້າ ທີ່ເປັນຮູບແບບຕ່ອງໂສ້ ການຜະລິດ

ADB, WB, JAPAN, KOREA, THAI, FRA, SWEDEN, FAO
9. ສົ່ງເສີມການບໍລິການ ທີ່ມີຄຸນນະພາບ JAPAN, FRA, GER, ADB, WB, NZ, UNESCO, LUX
10. ສ້າງກອງທຶນເພື່ອສົ່ງເສີມການຜະລິດ ແລະ ລະບົບການຂົນສົ່ງ ADB, WB, UNCDF, UNIDO
11.  ການແລກປ່ຽນຂໍ້ມູນຂ່າວສານ, ການຮຽນ ແລະການຄ້າ ດ້ວຍລະບົບເຕັກໂນໂລຊີ ທັນສະໃໝ UNICEF, ADB, EU, AUS
13.    ສົ່ງເສີມຄວາມຫຼາກຫຼາຍຂອງເສດຖະກິດ ແລະຄວາມອາດສາມາດໃນການແຂ່ງຂັນ WB, ADB, EU, AUSTRALIA, USA, GERMANY, JAPAN, KEOREA, THAILAND, SWITZERLAND
 

 

 

 

 

ແຜນງານສິ່ງແວດລ້ອມ

1. ສົ່ງເສີມການອະນຸລັກ ແລະ ປົກປ້ອງສິ່ງແວດລ້ອມແບບຍືນຍົງ UNDP, SDC, UNCDF, ADB, WB
2. ສົ່ງເສີມການປົກປ້ອງຊີວະນານາພັນ JAPAN, korea, ADB, WB
3. ການປ່ຽນແປງສະພາບດິນຟ້າອາກາດ GEF, EU, Ger, IFAD,
4. ການຄຸ້ມຄອງທີ່ດິນແບບຍືນຍົງ ກອງທຶນອະນຸລັກສິ່ງແວດລ້ອມ(MONRE), WB
5. ການຄຸ້ມຄອງບໍາບັດນໍ້າເປື້ອນ Private sector
6. ການຄຸ້ມຄອງໄພພິບັດ (ປ້ອງກັນ, ເຝົ້າລະວັັງ, ການຟື້ນຟູບູລະນະ ແລະ ການປະເມີນ) UNDP, SDC, UNCDF, ADB, WB
7. ການຟື້ນຟູສະພາບແວດລ້ອມໃຫ້ມີຄວາມຍືນຍົງ (ຟື້ນຟູປ່າໄມ້, ຟື້ນຟູພື້ນທີ່ການຜະລິດ ແລະ ອື່ນໆ) UNDP, SDC, UNCDF, ADB, WB
8. ການປະເມີນ ແລະ ຕິດຕາມສະພາບແວດລ້ອມແບບຍືນຍົງ UNDP, SDC, UNCDF, ADB, WB
9. ປົກປັກຮັກສາ ແລະນໍາໃຊ້ຊັບພະຍາກອນທໍາມະຊາດ GER, EU
10. ການຄຸ້ມຄອງແຫຼ່ງນໍ້າ WB, ADB, WB,IFAD, AUS
11. ການຄຸ້ມຄອງທີ່ດິນ UN, GEF, Japan, GER, SDC
12. ການປູກຈິດສໍານຶກດ້ານສິ່ງແວດລ້ອມ, ສ້າງຄວາມເຂັ້ມແຂງດ້ານການປະເມີນ ສີ່ງແວດລ້ອມ GER, Korea, Japan, Thailand, Finland
13. ການເຕີບໂຕສີຂຽວ ທີ່ເຊື່ອມສານເຂົ້າໃນວຽກງານຄຸ້ມຄອງປ່າໄມ້, ບໍ່ແຮ່ (ນິຕິກໍາ), ເສັ້ນທາງ WB,KOICA
14. ສົ່ງເສີມ ແລະສ້າງນິຕິກໍາໃນການນໍາໃຊ້ເຕັກໂນໂລຊີ ສີຂຽວ EU, WB
15. ພັດທະນາຕົວເມືອງ ແລະຮັກສາສີ່ງແວດລ້ອມ ADB, Japan
16. ການປັບຕົວເພື່ອຮອງຮັບການປ່່ຽນແປງດິນຟ້າອາກາດ FRA, WB, ADB
17. ສ້າງຄວາມອາດສາມາດດ້ານສິ່ງແວດລ້ອມ FRA, SCANDI
18. ກອງທຶນປົກປັກຮັກສາສິ່ງແວດລ້ອມ WB
19. ການຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ Germany,ADB, Japan, Korea
20. ການຄຸ້ມຄອງປ່າໄມ້  ແລະ ອ່າງໂຕ່ງນ້ຳ EU, REDD, New Zealand, afd
ແຜນງານປິ່ນອ້ອມ 1. ສະຫນັບສະຫນູນບົດບາດຍິງ-ຊາຍ, ແມ່ ແລະ ເດັກ UN
2. ແຮງງານເຄື່ອນຍ້າຍ (ບັນຫາທາງດ້ານສຸຂະພາບ, ພະຍາດລະບາດຕ່າງໆ ແລະ ຜົນກະທົບຈາກມົນລະຜິດ) ILO, IOM, ADB
3. ການເກັບກູ້ລະເບີດ (UXO) UN, JP, Kr, USA
4. ການມີສ່ວນຮ່ວມຂອງຊຸມຊົນ GER, LUX
5. ກົນໄກສົ່ງເສີມພາກເອກະຊົນ ແລະສັງຄົມໃນການປົກປັກຮັກສາສິ່ງແວດລ້ອມ EU, SWI
6. ການຄວບຄຸມ ແລະປາບປາມຢາເສບຕິດ UNODC, Japan, Australia, USA
7. ການຄຸ້ມຄອງບໍລິຫານລັດ ທີ່ດີ ແລະ ການນຳໃຊ້ລັດແຫ່ງກົດໝາຍ Lux, Japan, AFD, UN, SDC

 

 

 

 

ແຜນງານບຸລະມະສິດ ໄລຍະ 3: ຍຸດທະສາດ ຊກພ ໃນໄລຍະການກະກຽມຄວາມພ້ອມ ໃຫ້ ສປປ ລາວ ບັນລຸລາຍຮັບປານກາງສູງ (2025-2030) ຄູ່ຮ່ວມພັດທະນາ
ສັງຄົມ 1. ພັດທະນາການລະບົບການສຶກສາຊັ້ນສູງ ໃຫ້ຕອບສະໜອງໄດ້ການພັດທະນາ ໃນທຸກໆດ້ານ ADB, WB, EU, GER, AUS, JAPAN, KOREA, UNFPA
2. ການຂະຫຍາຍການບໍລິການດ້ານສາທາລະນະສຸກ ທີ່ມີຄຸນນະພາບ ໃຫ້ທົ່ວເຖິງໃນທົ່ວປະເທດ ADB, WB, EU, GER, AUS, JAPAN, KOREA, UNFPA
3. ສືບຕໍ່ສະໜັບສະໜູນ ແລະຈັດຕັ້ງປະຕິບັດເປົ້າ    ໝາຍການພັດທະນາແບບຍືນຍົງ ADB, WB ,JAPAN, UNCEF, WHO, UNAIDS, ILO
4. ປັບປຸງວຽກງານດ້ານສະຫວັດດີການສັງຄົມ ເພື່ອປັບປຸງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ILO, ADB, WB, GER, SDC, KOREA
5. ການຄຸ້ມຄອງ ແລະຈັດສັນແຮງງານທີ່ມີຄຸນນະພາບທັງພາຍໃນ ແລະ ພາກພື້ນ ILO, GF, GAVI, UNCEF, UNFPA, WHO, UNAIDS
 

 

 

 

 

 

 

 

 

 

ເສດຖະກິດ

1.   ສົ່ງເສີມການສົ່ງອອກສິນຄ້າທີ່ມີຄຸນນະພາບ ແລະມາດຕະຖານສາກົນ UAS, ADB, WB, EU, WTO, UNIDO
2. ພັດທະນາພື້ນຖານໂຄງລ່າງຕອບສະໜອງເສດຖະກິດທ່ອງຖິ່ນ EU, JAPAN, ADB
3. ພັດທະນາ ແລະນຳໃຊ້ລະບົບການຈັດເກັບລາຍຮັບທີ່ທັນສະໄໝ ເພື່ອຮັບປະກັນການຈັດສັນງົບປະມານ ທີ່ມີປະສິດທິຜົນ KOREA, WB
4. ພັດທະນາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກ ໃນການຂົນສົ່ງ ແລະເຊື່ອມຈອດພາຍໃນ ແລະ ເຊື່ອມໂຍງກັບພາກພື້ນ ຢ່າງມີປະສິດທິຜົນ ADB, WB ,JAPAN, KOREA, THAI, UNCDF
5. ປັບປຸງການທະນາຄານ ແລະການບໍລິກການ ທາງດ້ານການເງິນທີ່ທັນສະໄໝ, ໂປ່ງໃສ, ຮັບປະກັນ ແລະ ວ່ອງໄວ KOREA, WB, UNCDF
5. ສົ່ງເສີມການຜະລິດສິນຄ້າທີມີມູນຄ່າສູງ WTO, ITC, UNIDO
6. ພັດທະນາການທ່ອງທ່ຽວ ແລະການບໍລິການປິນອ້ອມ ໃຫ້ມີຄຸນນະພາບ ແລະມາດຕະຖານສາກົນ JAPAN, FRA, GER, ADB, WB, NZ, UNESCO
7. ພັດທະນາການຜະລິດກະສິກຳສະອາດ ຕາມທິດການພັດທະນາຍືນຍົງ ແລະເປັນສີຂຽວ ADB, WB, JAPAN, KOREA, THAI, FRA, SWEDEN, FAO
8. ສົ່ງເສີມຄວາມເປັນເຈົ້າການດ້ານເສດຖະກິດຂອງທ່ອງຖີ່ນ. ILO, SDC, ADB, JAPAN, KOREA
9. ສະໜັບສະໜູນການປັບປຸງການສ້າງນະໂຍບາຍສົ່ງເສີມການຄ້າ ແລະການສົ່ງອອກ ແບບມີສ່ວນຮ່ວມຈາກຫຼາຍພາກສ່ວນ WB, ADB, EU, AUSTRALIA, USA, GERMANY, JAPAN, KEOREA, THAILAND, SWITZERLAND
ແຜນງານສິ່ງແວດລ້ອມ 1. ສົ່ງເສີມການອະນຸລັກ ແລະ ປົກປ້ອງສິ່ງແວດລ້ອມແບບຍືນຍົງ UN, JP, Kr, WB, ADB, ILO, Private sector
2. ສົ່ງເສີມການປົກປ້ອງຊີວະນານາພັນ UN, JP, Kr, WB, ADB, ILO, Private sector
3. ການປ່ຽນແປງສະພາບດິນຟ້າອາກາດ ກອງທຶນອະນຸລັກສິ່ງແວດລ້ອມ(MONRE)
4. ການຄຸ້ມຄອງໄພພິບັດ (ປ້ອງກັນ, ເຝົ້າລະວັັງ, ການຟື້ນຟູບູລະນະ ແລະ ການປະເມີນ) UN, JP, Kr, WB, ADB, ILO, Private sector
5. ການຟື້ນຟູສະພາບແວດລ້ອມໃຫ້ມີຄວາມຍືນຍົງ (ຟື້ນຟູປ່າໄມ້, ຟື້ນຟູພື້ນທີ່ການຜະລິດ ແລະ ອື່ນໆ) UN, JP, Kr, WB, ADB, ILO, Private sector
6. ການປະເມີນ ແລະ ຕິດຕາມສະພາບແວດລ້ອມແບບຍືນຍົງ UN, JP, Kr, WB, ADB, ILO, Private sector
7. ການຄຸ້ມຄອງທີ່ດິນ UN, GEF, Japan, GER, SDC
8. ການປູກຈິດສໍານຶກດ້ານສິ່ງແວດລ້ອມ, ສ້າງຄວາມເຂັ້ມແຂງດ້ານການປະເມີນ ສີ່ງແວດລ້ອມ GER, Korea, Japan, Thailand, Finland
9. ພັດທະນາຕົວເມືອງ ແລະຮັກສາສີ່ງແວດລ້ອມ ADB, Japan
10. ການປັບຕົວເພື່ອຮອງຮັບການປ່່ຽນແປງດິນຟ້າອາກາດ FRA, WB, ADB
11. ສ້າງຄວາມອາດສາມາດດ້ານສິ່ງແວດລ້ອມ FRA, SCANDI
12. ກອງທຶນປົກປັກຮັກສາສິ່ງແວດລ້ອມ WB
13. ການຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ
14. ການຄຸ້ມຄອງປ່າໄມ້  ແລະ ອ່າງໂຕ່ງນ້ຳ
ແຜນງານປິ່ນອ້ອມ 1. ສະຫນັບສະຫນູນບົດບາດຍິງ-ຊາຍ, ແມ່ ແລະ ເດັກ
2. ແຮງງານເຄື່ອນຍ້າຍ (ບັນຫາທາງດ້ານສຸຂະພາບ, ພະຍາດ ລະບາດຕ່າງໆ ແລະ ຜົນກະທົບຈາກມົນລະຜິດ)
3. ການເກັບກູ້ລະເບີດ (UXO) UN, JP, Kr, USA
4. ການມີສ່ວນຮ່ວມຂອງຊຸມຊົນ
5. ກົນໄກສົ່ງເສີມພາກເອກະຊົນ ແລະສັງຄົມໃນການປົກປັກຮັກສາສິ່ງແວດລ້ອມ
6. ການຄວບຄຸມ ແລະປາບປາມຢາເສບຕິດ UNODC, Japan, Australia, USA
7. ການຄຸ້ມຄອງບໍລິຫານລັດ ທີ່ດີ ແລະ ການນຳໃຊ້ລັດແຫ່ງກົດໝາຍ Lux, Japan, AFD, UN, SDC,