LAO PEOPLE’S DEMOCRATIC REPUBLIC

NATIONAL ROUND TABLE PROCESS

Meet The Press Round Table Implementation Meeting 2024

ພິທີພົບປະນັກຂ່າວ ກ່ຽວກັບການກະກຽມ

ກອງປະຊຸມໂຕະມົນ ປະຈໍາປີ 2024

 (ຄັ້ງວັນທີ ວັນທີ 4 ພະຈິກ 2024)

 

ນະຄອນຫຼວງວຽງຈັນ, ທີ່ ຫ້ອງປະຊຸມກະຊວງແຜນການ ແລະການລົງທຶນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕິ ກະຊວງແຜນການ ແລະການລົງທຶນ ຮ່ວມກັບ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ກ່າວຖະແຫ່ງກ່ຽວກັບຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ປະຈຳປີ 2024 ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິິດ-ສັງຄົມ ແຫ່ງຊາດ ຂອງ ສ ປປ ລາວ’’,  ທີ່ຈະໄດ້ຈັດຂື້ນໃນວັນທີ 14 ພະຈີກ 2024 ທີ່ ຫໍປະຊຸມແຫ່ງຊາດ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕິ ກະຊວງແຜນການ ແລະການລົງທຶນ ໄດ້ແຈ້ງໃຫ້ຊາບວ່າ ກ່ຽວກັບຜົນສຳເລັດ ແລະ ຄວາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2023 ຂອງ​ບັນ​ດາ​ກະ​ຊວງ​ຂະ​ແໜງ​ການ, ການຈັດຕັ້ງປະຕິບັດ ທ້າຍສະໃໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ IX (2021-2025) ແລະ ນຳສະເໜີກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປິ ຄັ້ງທີ X (2026-2030), ເຊີງໃນປີນີ້ ລັດຖະບານ ແຫ່ງ ສປປ ລາວ ກໍ່ຄືກະຊວງແຜນການ ແລະການລົງທຶນ ໄດ້ເຊື້ອເຊີນຜູ້ແທນກອງປະຊຸມເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ ເຊິ່ງໃນນັ້ນ ປະກອບມີ ກະຊວງຂະແໜງການ, ອົງການທຽບເທົ່າກະຊວງ ລວມທັງ 17 ແຂວງ ແລະ 01 ນະຄອນຫຼວງ, ບັນດາປະເທດເພື່ອນມິດສາກົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ອົງການບໍ່ຫວັງຜົນກໍາໄລ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ.

 

ໃນປີ 2024 ເປັນປີທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ, ເນື່ອງຈາກເປັນປີທີ່ພວກເຮົາກໍາລັງຢູ່ໃນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະເປັນປີທີ່ພວກເຮົາພວມກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຊີ່ງ ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ກໍ່​ຄືລັດຖະບານ ໄດ້ສໍາເລັດຮ່າງທີ່ 3 ຂອງແຜນດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ, ພ້ອມດຽວກັນນີ້, ພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນອີກ 01 ປີ (ປີ 2025) ທີ່ຍັງເຫຼືອ ພາຍໃຕ້ສະພາບການທີ່ທ້າທາຍຫຼາຍທີ່ສຸດ ອັນເນື່ອງມາຈາກຫຼາຍປັດໃຈ ເຊັ່ນ:

  • ສະພາບເສດຖະກິດໂລກທີ່ມີການຜັນແປ ແລະ ສັບສົນ, ອັດຕາເງິນເຟີ້ ແລະຄ່າຄອງຊິບແພງ, ຜົນກະທົບຈາກໄພນຳຖ້ວມ ແລະອື່ນໆ;
  • ບົນພື້ນຖານ ທີ່ງົບປະມານມີຄວາມຈໍາກັດ ແລະຄວາມຕ້ອງການດ້ານການພັດທະນາທີ່ມີ ຈໍານວນຫຼວງຫຼາຍ, ດັ່ງທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພວກເຮົາກໍ່ໄດ້ສູ້ຊົນຈັດຕັ້ງປະຕິບັດ ວຽກງານຍຸດທະສາດດ້ານການເງິນພາຍໃຕ້ ແຜນພັດທະນເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະຍຸດທະສາດອື່ນໆ;

 

ການກະກຽມ ກອງປະຊຸມໂຕະມົນໃນປີນີ້ ໄດ້ຮັບການນໍາພາ-ຊີ້ນຳຢ່າງໃກ້ຊິດ ຈາກພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ.

ກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ແລະອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບບັນດາກະຊວງຂະແໜງການ, ທ້ອງຖີ່ນ, ປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະພາກສ່ວນກ່ຽວຂ້ອງອື່ນໆ ໃນການກະກຽມ ແລະ ຈັດກອງປະຊຸມໂຕະມົນໃນປີນີ້ ເຮັດໃຫ້ການກະກຽມກອງປະຊຸມໂຕະມົນ ປະຈຳປີ 2024 ພ້ອມແລ້ວເກືອບ 100 ເປີເຊັນ.

ຂ້າພະເຈົ້າ ໃນນາມຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍ່ຄືຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ກອງປະຊຸມໂຕະມົນ ປະຈໍາປີ 2024 ຈະປະສົບຜົນສໍາເລັດ ແລະໄດ້ຮັບໝາກຜົນຢ່າງຈົບງາມ ຕາມເປົ້າໝາຍທີ່ວາງໄວ້. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທຸກພາກສ່ວນຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢ່າງຕັ້ງໜ້າ ແລະ ປະກອບສ່ວນແລກປ່ຽນຄໍາຄິດເຫັນຢ່າງມີສີສັນ, ກົງໄປກົງມາ ເພື່ອເຮັດໃຫ້ນະໂຍບາຍການພັດທະນາ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະສົມບູນແບບທີ່ສຸດ ລວມທັງ ສະໜັບສະໜູນດ້ານຊັບພະຍາກອນຕ່າງໆທີ່ຈໍາເປັນ ເພື່ອປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແຫ່ງຊາດ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງສປປລາວ ໃຫ້ມີປະສິດທິພາບ-ປະສິດທິຜົນສູງ ແລະນຳເອົາຜົນປະໂຫຍດທີ່ຈັບຕ້ອງໄດ້ ໄປສູປະຊາຊົນຢ່າງແທ້ຈິງ.

 

 

ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ສັນຕິ ຊົງນາວົງ, ຮັກສາການຫົວຫນ້າພະແນກ ອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

ເບີໂທຕິດຕໍ່ +85620 22 223 989  ອີເມວ: songnavong@gmail.com