LAO PEOPLE’S DEMOCRATIC REPUBLIC

NATIONAL ROUND TABLE PROCESS

Chair and Co-Chair Meeting Ministry of Finance and UNDP 18 July 2025

ກອງປະຊຸມປະທານ ແລະ ປະທານຮ່ວມ ໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ

        ໃນວັນທີ 18 ກໍລະກົດ 2025, ທີ່ ນະຄອນຫຼວງວຽງຈັນ, ກົມຮ່ວມມື ແລະ ການເງິນສາກົນ, ກະຊວງ​ການເງິນ ຮ່ວມກັບ ອົງການ ສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້​ຮ່ວມກັນຈັດກອງປະຊຸມປະທານ ແລະ ປະທານຮ່ວມ ໜ່ວຍງານຂະແຫນງການ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV, ​ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີ, ກະຊວງການເງິນ ແລະ ປະທານຮ່ວມ ​ທ່ານ ບັກໂຮເດັຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໂດຍມີ ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາທ່ານຮອງລັດຖະມົນຕີ, ທ່ານຫົວໜ້າ/ຮອງຫົວໜ້າຫ້ອງການ,​ ທ່ານຫົວໜ້າ/ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກ ກະຊວງຂະແໜງການ, ບັນດາທ່ານ ເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ໃນນາມ ປະທານ – ປະທານຮ່ວມ ແລະ ກອງເລຂາ 10 ໜ່ວຍງານຂະແຫນງ ການເພື່ອປືກສາຫາລືກັບ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອ: (1) ນໍາສະເໜີຮ່າງທີ 4 ຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ກອບການຕິດຕາມ ແລະ ປະເມີນຜົນ ແລະ ຮ່າງຍຸດທະສາດດ້ານການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນ; ແລະ (2) ໄດ້ລົງເລິກ ປຶກສາຫາລື ໃນການກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ທີ່ຈະໄດ້ຈັດຂື້ນໃນ ທ້າຍເດືອນພະຈິກ ປີ 2025 ນີ້ ລວມທັງ ປຶກສາຫາລືວຽກງານປິ່ນອ້ອມທີສໍາຄັນຂອງວຽກງານຂະບວນການໂຕະມົນ.

ໃນພາກກ່າວເປີດກອງປະຊຸມ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ, ກະຊວງການເງິນ ໄດ້ກ່າວວ່າ: ມື້ນີ້ເປັນໂອກາດອັນດີ ທີ່ບັນດາ ກະຊວງຂະແໜງການ ແລະ ຄູ່ຮ່ວມພັດທະນາ ຈະໄດ້ປືກສາຫາລືປະເດັນທີ່ສໍາຄັນ ຕໍ່ວຽກງານການພັດທະນາຂອງ ສປປ ລາວ, ທັງຈະໄດ້ແລກປ່ຽນບົດຮຽນ ລວມທັງ ສ້າງຄວາມເຂົ້າໃຈເປັນອັນໜື່ງອັນດຽວກັນ ເພື່ອຮັບປະກັນທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ທີ່ຈະມາເຖີງໃນທ້າຍເດືອນພະຈິກນີ້. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖີງ ຄວາມສຳຄັນໃນການລະດົມ ແລະ ການຈັດສັນງົບປະມານ ຢ່າງມີປະສິດທິພາບ  ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສຸມຄວາມພະຍະຍາມໃສ່ ການປະຕິຮູບລະບົບການຄຸ້ມຄອງການເງິນຂອງລັດ, ຄຸ້ມຄອງດ້ານງົບປະ ມານ, ການເກັບລາຍຮັບ ແລະ ການລົງທຶນຂອງລັດ ລວມທັງ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການເສີມສ້າງຂີດຄວາມສາມາດ. ໃນພາກທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ແລະ ວົງສາຄະນະຍາດສາກົນ ເພິ່ມທະວີຄວາມໝາຍໝັ້ນ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກການປະສານງານ ໂດຍສະເພາະກົນໄກຂະບວນການໂຕະມົນ  ຜ່ານການສະຫນັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາການ, ສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ສ້າງຄວາມເຂັ້ມແຂງໃນການຮ່ວມມື ເພື່ອການພັດທະນາ ໂດຍສະເພາະ 10 ໜ່ວຍງານຂະແໜງ ການເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ເນັ້ນໜັກໃຫ້ກະຊວງຂະແໜງການ ແລະ ຄູ່ຮ່ວມພັດທະນາ ເອົາໃຈໃສ່ໃນການປະກອບສ່ວນເຂົ້າໃນຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ສໍາເລັດທວງທັນກັບເວລາ ເພື່ອໃຫ້ເປັນແຜນທີ່ກວມລວມ, ໄປຮອດໄປເຖີງ ແລະຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.

 

 

ທ່ານ ກະລຸນາ ນັນທະວົງດວງສີ ຮອງຫົວໜ້າກົມແຜນການ, ກະຊວງການເງິນ

 

 

 

 

ຫລັງຈາກນັ້ນ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ  ປະຈຳ ສປປ ລາວ ໄດ້ໃຫ້ຄຳເຫັນວ່າ: ການຈັດສັນບຸລິມະສິດເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແມ່ນປັດໃຈຫຼັກທີ່ສຳຄັນ ໂດຍສະເພາະ ໃນທາມກາງບັນຍາກາດໂລກກໍາລັງປະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເມືອງ ແລະ ໄພພິບັດ. ການລະດົມ ແລະ ນຳໃຊ້ແຫຼ່ງທຶນ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ແມ່ນພົບກັບຄວາມຫຍູ້ງຍາກ ແລະ ເປັນສິ່ງທ້າທາຍ. ດັ່ງນັ້ນ, ພວກເຮົາຈະຕ້ອງຮ່ວມກັນສຸມແນວຄວາມຄິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວ ໃຫ້ບັນລຸຕາມຈຸດປະສົງເປົ້າຫມາຍ. ໃນໂອກາດທີ່ ລັດຖະບານ ມີການປັບປຸງກົງຈັກການຈັດຕັ້ງໃໝ່ ຖືໄດ້ວ່າເປັນນິມິດໝາຍອັນດີ ທີ່ພວກເຮົາ (ອົງການ ສະຫະປະຊາຊາດ, ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ) ຈະໄດ້ຮ່ວມກັນສ້າງກົນໄກການເຮັດວຽກທີ່ດີໃນອະນາຄົດ ໂດຍສະເພາະດ້ານນະໂຍບາຍ, ຂອດການປະສານງານ ແລະ ການວາງແຜນ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນຍິ່ງຂື້ນ. ຫວັງຢ່າງຍິ່ງວ່າ ພວກເຮົາ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ວົງຄະນາຍາດສາກົນ ຈະພ້ອມກັນໃຫ້ຄວາມໝາຍຫມັ້ນ ແລະ ພ້ອມທີ່ຈະສະໜັບສະໜູນ ແລະ ໃຫ້ການຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ເພື່ອໃຫ້ບັນເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ພ້ອມກັນກ້າວໄປຂ້າງໜ້າ. ບໍ່ວ່າຈະເປັນການສະໜັບສະໜູນທາງດ້ານທຶນ ຮອນ, ເຕັກນິກວິຊາການ ແລະ ອື່ນໆ ເຂົ້້າໃນວຽກບູລິມະສິດໃຫ້ຫຼາຍຂື້ນກວ່າເກົ່າ ພ້ອມທັງ ດື່ງດູດ ແລະ ລະດົມແຫຼງທຶນໃໝ່ໆ ທີ່ມີຄຸນນະພາບ ເຂົ້າມາຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ພາຍຫຼັງທີ່ສໍາເລັດການປັບປຸງກົງຈັກແລ້ວ ຈະໄດ້ຮ່ວມກັນກັບ ລັດຖະບານ ກໍ່ຄືກະຊວງຂະແຫນງການກ່ຽວຂ້ອງ, ອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ປະເມີນ ແລະ ທົບທວນຄືນ ກົນໄກຂະບວນການໂຕະມົນ ໂດຍສະເພາະ ການປັບປຸງໂຄງຮ່າງ ແລະ ພາລະບົດບາດຂອງ ຫນ່ວຍງານຂະແຫນງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ ໃຫ້ສອດຄ່ອງ, ມີຄວາມກົມກຽວ ແລະ ແທດເໝາະກັບສະພາບຄວາມເປັນຈິງ ເຊີ່ງຈະໄດ້ມີການປຶກສາຫາລືສະເພາະໃນໄວໆນີ້.

 

        ໃນຕອນທ້າຍຂອງກອງປະຊຸມ, ບັນດາຄະນະຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ໂດຍສະເຫນີແຜນປະຕິບັດງານ ເພື່ອຕອບຮັບແນວທາງການປ່ຽນແປງໃໝ່ຂອງ ລັດຖະບານ ໃນນັ້ນ, ໄດ້ກະກຽມຄວາມພ້ອມໃນດ້ານນະໂຍບາຍ, ການປັບປຸງກົນໄກການປະສານງານ, ຂອບໜ້າວຽກ ແລະ ນິຕິກຳອື່ນໆທີ່ກຽວຂ້ອງ ຂອງ ໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ ເພື່ອເສີມສ້າງການຈັດຕັ້ງປະຕິບັດວຽກງານ ໜ່ວຍງານຂະແໜງການ ໃຫ້ດີຂຶ້ນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ໂດຍສອດຄ່ອງກັບ ກົງຈັກການຈັດຕັ້ງຂອງ ລັດຖະບານ.

        ກອງປະຊຸມຄັ້ງນີ້ ໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ, ມີບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍເນື້ອໃນອັນຄົບຖ້ວນ ແລະ ໄດ້ບັນລູຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ຢ່າງຈົບງາມ.

 

Sector Working Group Chairs and Co-Chairs Meet to Advance 10th NSEDP and Prepare for the 14th High-Level Round Table Meeting

        Vientiane Capital, Lao PDR – July 18, 2025 — As Lao PDR finalizes its 10th National Socio-Economic Development Plan (NSEDP) for 2026–2030, a key milestone was reached today with the successful convening of the Sector Working Groups (SWG) Chairs and Co-Chairs Meeting in Vientiane. The meeting, jointly organized by the Ministry of Finance (MoF), the United Nations in Lao PDR, and UNDP, forms part of the official preparations for the 14th High-Level Round Table Meeting (HL-RTM), to be held in November 2025.

        Chaired by H.E. Mr. Soulivath Souvannachoumkham, Deputy Minister of Finance, and co-chaired by Mr. Bakhodir Burkhanov, UN Resident Coordinator to Lao PDR, the meeting brought together senior officials from line ministries, embassies, international organizations, and the ten SWGs to review progress in drafting the 10th NSEDP and align priorities ahead of the HL-RTM.

        Participants reviewed the fourth draft of the NSEDP, focusing on its Monitoring and Evaluation (M&E) framework, financing strategy, and incorporation of feedback from consultations with SWGs and development partners.

        Deputy Minister Soulivath stated that, “This meeting offers a valuable opportunity for line ministries and development partners to consult on key development priorities for Lao PDR.” He added that “Sharing lessons and fostering a common understanding are vital to ensure meaningful and substantive content for the upcoming HL-RTM.” He emphasized the importance of efficient resource mobilization and implementation of the NSEDP, highlighting ongoing reforms in public financial management, budgeting, revenue generation, and investment. He also called for stronger collaboration through dialogue platforms, technical support, and capacity building—particularly by leveraging the full potential of the 10 SWGs.

        Mr. Bakhodir Burkhanov noted that, “The restructuring of the Ministry presents an important opportunity to strengthen coordination mechanisms and align planning and financing more effectively.” He emphasized that “The UN remains committed to working closely with the Government and development partners to ensure the 10th NSEDP is both impactful and achievable.” Acknowledging global and domestic challenges—from economic uncertainty to shrinking development assistance— he highlighted the importance of unity and coherence across all stakeholders in supporting national priorities and the Sustainable Development Goals. He also welcomed efforts to mobilize innovative and high-quality financing to support the Plan’s implementation.

        Delegates discussed the evolving structure and role of the SWGs and proposed actions to enhance inter-ministerial coordination, policy alignment, and sectoral effectiveness. Special attention was given to the need for strengthened legislation, updated frameworks, and more efficient mechanisms for consultation with development partners.

        The upcoming 14th HL-RTM, under the theme “Enhanced Partnerships for Effective Development Cooperation in Implementing the Tenth NSEDP,” will be chaired by the Prime Minister and co-chaired by the Deputy Prime Minister and a high-level UN representative. The event will serve as a platform to confirm national priorities and launch strategic frameworks, including the updated Vientiane Declaration on Aid Effectiveness (VDCAP 2026–2030) and Lao PDR’s third Nationally Determined Contribution (NDC 3.0) to the Paris Agreement.

        Preparations for the HL-RTM will continue over the coming months, including two thematic pre-consultations focused on economic transformation and human development. These dialogues will inform the final agenda of the HL-RTM and foster alignment across government and development partners for effective implementation of the NSEDP.

        The meeting concluded with active participation, open dialogue, and a reaffirmed commitment to partnership and results-oriented development.

ເອກະສານກອງປະຊູມ [LAO] [ENG]

For more information, please contact:
Mr. Santi Songnavong
Director of International Organization Division,

International Finance and Cooperation Department, Ministry of Finance

Tel: +856 20 2222 3989
Email: songnavong@gmail.com

Ms. Aksonethip Somvorachit

Communications and Advocacy,

United Nations Resident Coordinator’s Office

Tel: +8562055192663

Email: aksonethip.somvorachit@un.org