SWG Chair and Co-Chair Meeting for preparation of the 2024 (2nd Round)
“ບົດອອກຂ່າວ”
ກອງປະຊຸມປະທານ ແລະ ປະທານຮ່ວມ ໜ່ວຍງານຂະແໜງການ
ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ
ນະຄອນຫຼວງວຽງຈັນ, ວັນທີ 03 ຕຸລາ 2024.
ກົມຮ່ວມມືກົນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປະທານ-ປະທານຮ່ວມ ໜ່ວຍງານຂະແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ ທີ່ນະຄອນ ຫຼວງວຽງຈັນ, ໃນວັນທີ 03 ຕຸລາ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ເຊີ່ງມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ຕາງໜ້າ ຈາກກະຊວງ ຂະ ແໜງການ ແລະ ຄູ່ຮ່ວມທະນາ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຈັດຕັ້ງສາກົນ ໂດຍຕາງໜ້າ ໃຫ້ແກ່ ປະທານ-ປະທານຮ່ວມ ຂອງໜ່ວຍງານຂະແໜງການ ເພື່ອປືກສາຫາລືກັບຄູ່ຮ່ວມພັດທະນາ ເຂົ້າຮ່ວມເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ (ຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຂະບວນການໂຕະມົນ) ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ມື້ນີ້ເປັນໂອກາດອັນດີ ທີ່ບັນດາກະຊວງຂະ ແໜງການ ແລະ ຄູ່ຮ່ວມພັດທະນາ ຈະໄດ້ປືກສາຫາລື ໃນການກະກຽມກອງປະຊຸມໂຕະມົນ ປະຈຳປີ 2024, ຄວາມຄືບໜ້າຂອງ 10 ໜ່ວຍງານຂະແໜງການ ໃນການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມໂຕະມົນ ປະຈຳປີ 2023 ທີ່ຜ່ານມາ ແລະປະກອບສ່ວນຂອງໜ່ວຍງານຂະແໜງການ ໃນການຈັດຕັ້ງປະຕິບັດແຜນບູລິມະສິດຂອງຂະແໜງການ ກໍ່ຄືປະກອບ ສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ແລະ ແຜນປີ 2025 ແລະການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງແຜນບຸລິມະສິດ ໃນການນຳມາໃຊ້ແຫຼ່ງທຶນ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ເຊີ່ງເປັນສິ່ງທ້າທາຍ ໃນທາມກາງບັນຍາກາດໂລກກໍາລັງປະເຊີນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ໄພພິບັດ. ດັ່ງນັ້ນ, ພວກເຮົາຈະຕ້ອງຮ່ວມກັນສຸມທຸກແນວຄວາມຄິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວ ໃຫ້ບັນລຸໄດ້ຕາມຈຸດປະສົງເປົ້າໝາຍ.
ໃນກອງປະຊຸມ ໄດ້ລາຍງານຄວາມຄືບໜ້າ ໃນການກະກຽມຄວາມພ້ອມໃຫ້ແກ່ ການຈັດກອງປະຊຸມໂຕະມົນ ປະຈຳປີ 2024; ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ ຂອງບັນດາ 10 ໜ່ວຍງານຂະ ແໜງການ ເພື່ອປຶກສາຫາລືກັບ ຄູ່ຮ່ວມພັດທະນາ ໂດຍສະເພາະວຽກຂະບວນການໂຕະມົນ ແລະ ປຶກສາຫາລື ກ່ຽວກັບວຽກງານການກະກຽມຄວາມພ້ອມໃນການປ້ອງກັນ ແລະຕອບໂຕ້ໄພພິບັດ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຄະນະຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ໂດຍສະເໜີແຜນປະຕິບັດງານ ຜ່ານຂະບວນການປຶກສາຫາລື ໃນກອງປະຊຸມດ້ານວິຊາການ ແລະ ກຽມຄວາມໃນດ້ານນະໂຍບາຍ, ປັບປຸງກົນໄກການປະສານງານ ລະຫວ່າງ ໜ່ວຍງານຂະແໜງການ ແລະ ຄູ່ຮ່ວມພັດທະນາ ໂດຍການປະຊຸມຄະນະຮັບຜິດຊອບຈາກຜູ້ຕາງໜ້າລັດຖະບານ, ຄູ່ຮ່ວມພັດທະນາ ບັນດາຄຳຄິດຄຳເຫັນທີ່ມີປະໂຫຍດຂອງຜູ້ເຂົ້າຮ່ວມກອງປະຊຸມ ແມ່ນຈະເຮັດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໜ່ວຍງານຂະແໜງການ ດີຂຶ້ນກວ່າເກົ່າ ແລະ ຈະຊ່ວຍໃນການປັບປຸງນະໂຍບາຍໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ທ່ານ ນາງ ສີສົມບູນ ອຸນາວົງ ປະທານກອງປະຊຸມ ໄດ້ແຈ້ງໃຫ້ບັນດາແຂກຊາບວ່າກອງປະຊຸມປຶກສາຫາລື ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຈະຈັດຂື້ນກ່ອນກອງປະຊຸມໂຕະມົນ ປະຈຳປີ 2024 ເພື່ອເປັນເວທີໃນການປະກອບຄຳຄິດເຫັນຂອງບັນດາ ກະຊວງຂະແໜງການ ແລະ ຄູ່ຮ່ວມພັດທະນາ ໃນຮ່າງດັ່ງກ່າວ
ກອງປະຊຸມຄັ້ງນີ້ ໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ, ມີບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍເນື້ອໃນອັນຄົບຖ້ວນ ແລະ ໄດ້ບັນລູຕາມຈຸດປະສົ່ງ ແລະ ຄາດໝາຍທີ່ວາງໄວ້ ຢ່າງຈົບງາມ.
ຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່:
- ທ່ານ ສັນຕິ ຊົງນາວົງ ຫົວໜ້າພະແນກອົງການຈັດຕັ້ງສາກົນ
ໂທ: 020 2222 3989
